ລາຍງານຈາກປະຊາຊົນໃຫ້ຮ້ເວລາປະມານ 17:00 ວນທີ 14 ພຶດສະພາ 2020 ເກີດເຫດ ລົດຈັກ ຕໍາກັບ ລົດເກງ ແລ້ວ, ລົດເກງເສຍຫຼັກ ອອກນອກທາງ ເກີດໄຟລຸກໄໝ້ຮຸນແຮງ ທີ່ນະຄອນ ໄກສອນ ພົມວິຫານ

ຈາກການໃຫ້ຂໍ້ມູນໃຫ້ຮູ້ວ່າ ລົດໂຕໂຍຕ້າ ເກ໋ງ ທະບຽນ​ ກຳແພງ​ນະຄອນ​ ຂກ 9555 ຫັກຫລົບລົດຈັກ​ ບໍ່ມີປ້າຍທະບຽນ ແລ້ວເຈືອກລົງຂ້າງທາງຕຳກັບຕົົ້ນໄມ້​ ແລ້ວເກີດໄຟໄໝ້ ໝົດ ຄັນ ເຫດເກີດເວລາ 17:00​ ນ.​ ທີ່ທາງສາມແຍກຕັດໃຫມ່ເຂົ້າມະຫາໄລສະຫວັນນະເຂດ ຫລັກ​ 10​. ນະຄອນ ໄກສອນພົມວິຫານ ແຂວງສະຫວັນນະເຂດ

ເບື້ອງຕົ້ນ​ ຄົນຂັບລົດຈັກປອດໄພ ແລະຄົນໃນລົດເກ໋ງ ມີພົນລະເມືອງດີຊ່ອຍດືງອອກມາຈາກລົດໄວ້ທັນ.

ໂຊກດີ ທີ່ອຸບັດຕິເຫດ ຄັ້ງນີ້ ບໍ່ມີຜູ່ບາດເຈັບຮຸນແຮງ ຫຼື ເສຍຊີວິດ.

ລາຍງານໂດຍ: ອິນທະສອນ ແລະ Nathan Inthasone

ຄລິບຈາກທີ່ເກີດເຫດ ຄລິບທີ່ 1

ຄລິບຈາກທີ່ເກີດເຫດ ທີ່ 2

.

Leave a Reply

Your email address will not be published. Required fields are marked *