ທ່ານ ເຄນ ເທບວົງສາ ຜູ້ຊ່ວຍຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ຫົວໜ້າຝ່າຍປະຕິບັດການໄຟຟ້າ ນະຄອນຫຼວງວຽງຈັນ ໃຫ້ສຳພາດໃນວັນທີ 14 ພຶດສະພາ 2020 ວ່າ: ເພື່ອປະຕິບັດຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 31/ນຍ ລົງວັນທີ 02 ເມສາ 2020 ວ່າດ້ວຍການກຳນົດນະໂຍບາຍ ແລະ ມາດຕະການເພື່ອຫຼຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດ COVID-19
ຕໍ່ສະພາບເສດຖະກິດຂອງ ສປປ ລາວ ໃຫ້ຄົ້ນຄວ້າຜ່ອນຜັນລາຄາ ແລະ ຕໍ່ເວລາໃນການຊຳລະຄ່າໄຟ ແລະ ນ້ຳປະປາ ຂອງຜູ້ຊົມໃຊ້ຄົວເຮືອນ ແລະ ພາກທຸລະກິດ ພາຍຫຼັງໄດ້ຮັບຂໍ້ຕົກລົງ ດັ່ງກ່າວ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຄົ້ນຄວ້າ ແລະ ຮີບຮ້ອນສົມທົບກັບໜ່ວຍງານສະເພາະກິດຂອງລັດຖະບານ
ທີ່ຄົ້ນຄວ້ານະໂຍບາຍທີ່ຕິດພັນກັບພາກປະຊາຊົນ ແລະ ສັງຄົມ ເພື່ອຄົ້ນຄວ້ານະໂຍບາຍກ່ຽວກັບການຫຼຸດຄ່າກະແສໄຟຟ້າ ເພື່ອເປັນສ່ວນໜຶ່ງໃນການຊ່ວຍເຫຼືອພໍ່ແມ່ປະຊາຊົນ ພະນັກງານ ລັດຖະກອນ ທະຫານ ຕຳຫຼວດ ແລະ ພາກທຸລະກິດໃນໄລຍະວິກິດຂອງການແຜ່ລະບາດຂອງພະຍາດ COVID-19.
ຜ່ານການຄົ້ນຄວ້າຢ່າງເລິກເຊິ່ງ ກະຊວງພະລັງງານ ແລະ ບໍ່ແຮ່ ກໍໄດ້ຕົກລົງເຫັນດີກ່ຽວກັບປະຕິບັດນະໂຍບາຍຫຼຸດຄ່າໄຟ ໄດ້ອອກແຈ້ງການສະບັບເລກທີ 438/ພບ ລົງວັນທີ 08 ເມສາ 2020 ເຖິງລັດວິສາຫະກິດໄຟຟ້າລາວ ໃນການປະຕິບັດໂຄງສ້າງລາຄາໄຟຟ້າໃໝ່ ແຕ່ 2020 ຫາ ປີ 2025 ໂດຍໃຫ້ເລີ່ມປະຕິບັດນັບແຕ່ເດືອນພຶດສະພາ 2020 ເປັນຕົ້ນໄປ (ໝາຍຄວາມວ່າ ບິນຄ່າໄຟເດືອພຶດສະພາ ແມ່ນ ພະລັງງານຂອງເດືອນເມສາ)
ຈາກການຊີ້ແຈງຂ້າງເທີງນັ້ນ ເຫັນວ່າ ມາດຕະການ ປ່ຽນລາຄາໄຟຟ້າ ມາເປັນຫົວໜ່ວຍດຽວ ສໍາລັບຄົວເຮືອນ ນັ້ນແມ່ນຍັງແພງ ແລະ ບໍ່ສອດຄອງກັບລາຍ ຮັບ ແລະ ປະລິມານຄວາມຈໍາເປັນ ທີ່ຕ້ອງການໃຊ້ໄຟຟ້າ ໃນປະຈຸບັນ ດ້ວຍເຫັນຜົນດັ່ງນີ້
- ນະໂຍບາຍ ໃຫ້ໃຊ້ໄຟບໍ່ເກີນ 150 ກິໂລວັດໂມງ ທີ່ມີຕົວຄູນ 355 ເຫັນວ່າ, ປະລິມານໄຟແມ່ນໜ້ອຍຫຼາຍ ແລະ ບໍ່ສອດຄ່ອງກັບຄວາມຈໍາເປັນ ທີ່ຕ້ອງໃຊ້ໄຟຟ້າ ໂດຍສະເພາະ ປະເທດລາວ ທີ່ຢູ່ເຂດ ຮ້ອນ ທີ່ເຫັນ ຈໍາເປັນຕ້ອງໃຊ້ໄຟຟ້າຫຼາຍ ບໍ່ວ່າຈະເປັນການໃຊ້ ແອ, ຕູ້ເຢັນ, ພັດລົມ. ເພາະສະນັ້ນ, ນະໂຍບາຍທີ່ຈະເກື້ອກູນ ປະຊາຊົນ ໂດຍສ່ວນໃຫຍ່ ນັ້ນເຫັນວ່າ ບໍ່ສອດຄ່ອງ ເພາະ ແຕ່ລະຄົວເຮືອນ ແມ່ນໃຊ້ກາຍ 150 ກິໂລວັດໂມງ ແນ່ນອນ. ແລະ ໂດຍສ່ວນໃຫຍ່ ແມ່ນຈະໃຊ້ຢູ່ລະຫວ່າງ 200-600 ກິໂລວັດໂມງ. ເພາະສະນັ້ນ, ຫາກຢາກຈະຊ່ວຍປະຊາຊົນ ແທ້ໆ ກໍ່ຄວນ ກໍານົດ ໃຫ້ເໝາະສົມ.
- ລາຄາຄ່າໄຟຟ້າ 710 ກີບ ຕໍ່ກິໂລວັດໂມງ ແມ່ນ ຈະກະທົບ ໂດຍກົງ ແກ່ປະຊາຊົນ ໂດຍສ່ວນໃຫຍ່ ທີ່ໃຊ້ໄຟຟ້າຫຼຸດ 500 ກິໂລວັດໂມງລົງມາ ຫາ 151 ເພາະວ່າ ບໍ່ໄດ້ຮັບສ່ວນຫຼຸດ ຄືກັບ ຜູ່ທີ່ໃຊ້ ໜ້ອຍກວ່າ 150. ດັ່ງນັ້ນ, ຈະເຫັນວ່າ ຄ່າໄຟຟ້າ ຈະແພງກວ່າ ການຄິດໄລ່ແບບເກົ່າ. ເພາະສະນັ້ນ, ລັດວິສາຫະກິດ ໄຟຟ້າ ຄວນພິຈາລະນາ ຫຼຸດຄ່າໄຟຟ້າ ໃຫ້ຜູ່ຊົມໃຊ້ໄຟຟ້າ ແຕ່ 151-500 ໂດຍການຄິດໄລ່ ໃຫ້ຖືກລົງກວ່າ 710, ຄໍາແນະນໍາແມ່ນຄວນຢູ່ ຫຼຸດປະມານ 25-40% ຂອງລາຄາໃໝ່ (710)
ອ່ານບົດຄວາມສົມທ່ຽບ ຄ່າໄຟຟ້າ ທີ່ກ່ຽວຂ້ອງ