ປກສ ນະຄອນຫຼວງວຽງຈັນ: ໃນຕອນເຊົ້າຂອງວັນທີ 12 ພຶດສະພາ 2020, ພັທ ບຸນກອງ ພົມມະວົງສາ ຮອງຫົວໜ້າກອງບັນຊາການ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ

ພາຍຫຼັງໄດ້ຮັບແຈ້ງຄວາມຈາກທ້າວ ສີສະໝຸດ ທີບພະຄອນ ຢູ່ບ້ານວຽງສະຫວັນ ເມືອງສີໂຄດຕະບອງ ນວ ວ່າ: ມີຄົນຮ້າຍ ມາລັກລົດຈັກຂອງຜູ້ກ່ຽວ ທະບຽນ ດຫ 5599 ກໍາແພງນະຄອນ, ຢູ່ວັດອີໄລເໜືອ ເຈົ້າໜ້າທີ່ກໍ່ຮີບຮ້ອນຕິດຕາມນຳຈັບຜູ້ລົງມືກໍ່ເຫດໄດ້ 1 ຄົນ ພ້ອມເກັບກູ້ຂອງກາງມາໄດ້ພາຍໃນ 5 ວັນຄື: ທ້າວ ຂວັນປະຊາ ຫຼື ເປ້ ອາຍຸ 22 ປີ, ອາຊີບກຳມະກອນ ຢູ່ບ້ານໜອງແຕ່ງ ເມືອງສີໂຄດຕະບອງ.


ທ້າວ ຂວັນປະຊາ ໃຫ້ການຍອມຮັບສາລະພາບກັບເຈົ້າໜ້າທີ່ວ່າ: ວັນທີ 05 ເມສາ 2020 ຕົນເອງໄດ້ໄປລັກເອົາລົດຈັກ HONDA CLICK-I ສີແດງດຳ ບໍ່ມີປ້າຍ (ລົດບໍ່ລ໋ອກຄໍ) ຢູ່ບ້ານໜອງແຕ່ງເໜືອ.

ຫຼັງຈາກໄດ້ລົດມາແລ້ວກໍໄດ້ຂີ່ໄປຮັບເອົາໝູ່ຄົນໜຶ່ງ ຢູ່ບ້ານໜອງແຕ່ງເໜືອ ແລະ ໄດ້ພາກັນໄປຫຼິ້ນນໍາໝູ່ຢູ່ບ້ານອີໄລເໜືອ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ມາຮອດເວລາປະມານ 12:00 ໂມງ ຕົນເອງໄດ້ອອກໄປຊື້ນໍ້າກ້ອນຢູ່ທາງວັດອີໄລໃຕ້ແລ້ວຈະກັບໄປຫາໝູ່ແຕ່ລົດຕິດບໍ່ໄດ້.

ດັ່ງນັ້ນ, ຕົນເອງຈຶ່ງເຂົ້າໄປໃນວັດອີໄລໃຕ້ ເພື່ອໄປຢືມໂທລະສັບນໍາຄູບາໂທຫາໝູ່ມາຢັນເອົາລົດຊ່ວຍ, ແຕ່ໝູ່ບໍ່ມາຫາ ຈຶ່ງຫຼຽວເຫັນລົດຈັກຍີ່ຫໍ້ HONDA WAVE-100 ທະບຽນ ດຫ 5599 ກໍາແພງນະຄອນ ຈອດຢູ່ຂ້າງກຸຕິວັດຕົນເອງຈຶ່ງໄດ້ລັກເອົາລົດຈັກຄັນດັ່ງກ່າວແລ້ວຂີ່ລົດໄປຂາຍຢູ່ປ້ຳນໍ້າມັນສີຫອມ ເມືອງຈັນທະບູລີ ນວ, ເມື່ອໄດ້ເງິນມາແລ້ວຈຶ່ງໄດ້ເອົາເງິນໄປໃຫ້ໝູ່ຄົນໜຶ່ງ ແລະ ໃຊ້ຈ່າຍຫຼິ້ນກິນຈົນໝົດ, ມາຮອດວັນທີ 10 ເມສາ 2020 ຈຶ່ງຖືກເຈົ້າໜ້າທີ່ກັກຕົວພ້ອມຂອງກາງ.

ສໍາລັບຂອງກາງຄະດີ ແມ່ນໄດ້ເກັບກູ້ຄືນຫຼັງຈາກກັກຕົວຜູ້ຖືກຫາໄດ້ ແລະ ໄດ້ມອບຄືນໃຫ້ເຈົ້າຂອງເດີມເປັນທີ່ຮຽບຮ້ອຍແລ້ວ, ສ່ວນລົດຈັກ HONDA CLICK-I ສີແດງດຳ ບໍ່ມີປ້າຍ ແມ່ນໃຫ້ເຈົ້າຂອງລົດທີ່ຖືກລັກແລ້ວຍັງບໍ່ໄດ້ຄືນແມ່ນສາມາດເຂົ້າມາຕິດຕໍ່ພົວພັນເອົາໄດ້ ໂດຍໃຫ້ນໍາເອກະສານລົດມາຢັ້ງຢືນເອົາຢູ່ ກອງບັນຊາການ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.

Leave a Reply

Your email address will not be published. Required fields are marked *