ວັນທີ 13 ພຶດສະພາ 2020 ນີ້, ຄະນະບໍລິຫານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ, ສູນການແນວລາວສ້າງຊາດ, ກະຊວງປ້ອງກັນປະເທດ, ນະຄອນຫຼວງວຽງຈັນ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງແຜນການ ແລະ ການລົງທືນ, ຄອບຄົວການນຳທຸກຂັ້ນ ແລະ ອົງການຈັດຕັ້ງທຸກພາກສ່ວນ ໄດ້ພ້ອມກັນເຂົ້າວາງພວງມາລາ ແລະ ຮ່ວມໂມທະນາທານນໍາຄອບຄົວຂອງ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ພະນັກງານປະຕິວັດອາວຸໂສ, ອະດີດນາຍົກລັດຖະມົນຕີ, ອະດີດຮອງປະທານປະເທດ, ອະດີດປະທານສູນກາງແນວລາວສ້າງຊາດ,

ເພື່ອຈາລຶກເຖິງຄຸນງາມຄວາມດີຂອງເພີ່ນທີ່ໄດ້ອຸທິດຊີວິດເຫື່ອແຮງສະຕິປັນຍາແກ່ປະເທດຊາດ ແລະ ການປະຕິວັດ. ເຊິ່ງເປັນຜູ້ນຳຜູ້ຫນຶ່ງທີ່ອົງອາດກ້າແກ່ນ,ມີນ້ຳໃຈເສຍສະຫຼະອັນສູງສົ່ງໃນບັນດາການນໍາຮຸ່ນທໍາອິດກໍ່ຕັ້ງພັກ ແລະ ກອງທັບປະຊາຊົນລາວ.

ສະນັ້ນ ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານແຫ່ງ ສປປ ລາວ, ສູນກາງແນວລາວ ສ້າງຊາດ ໄດ້ຕົກລົງໄຫວ້ອາໄລລະດັບຊາດຢ່າງເປັນທາງການ ເປັນເວລາ 5 ວັນ ນັບແຕ່ວັນທີ 12 ເຖິງວັນທີ 16.

ປັດຈຸບັນ ສົບຂອງສະຫາຍໄດ້ບໍາເພັນກຸສົນໄວ້ຢູ່ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ. ສ່ວນວັນຊາປະນະກິດສົບ ຈະໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 16/05/2010 ເວລາ 13:00ໂມງ ທີ່ເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ.

.

.

.
