ໃນຕອນບ່າຍຂອງວັນທີ 13 ພຶດສະພາ 2020, ທີ່ ສະໂມສອນກົມໃຫຍ່ການເມືອງກອງທັບ, ກະຊວງປ້ອງກັນປະເທດ, ສະຫາຍ ຫງວຽນ ຊວນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມພ້ອມດ້ວຍຄະນະ ໄດ້ຕາງໜ້າໃຫ້ ພັກ, ລັດຖະບານ ແລະ ປະຊາຊົນ ແຫ່ງ ສສ ຫວຽດນາມ ເຂົ້າຮ່ວມພິທີວາງພວງມາລາ ແລະ ໄວ້ອາໄລ ຕໍ່ການເສຍຊີວິດຂອງ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ, ອະດີດກຳມະການສູນກາງພັກ ສະໄໝທີ I, II, III, IV, V, VI, VII ແລະ VIII, ອະດີດເລຂາທິການສູນກາງພັກ ສະໄໝທີ III, IV, ອະດີດກຳມະການກົມການເມືອງສູນກາງພັກ ສະໄໝທີ IV,VI, VII ແລະ VIII,

ອະດີດນາຍົກລັດຖະມົນຕີ, ອະດີດຮອງປະທານປະເທດ, ອະດີດປະທານສູນກາງແນວລາວສ້າງຊາດ, ອະດີດຫົວໜ້າເສນາທິການໃຫຍ່ກອງທັບປົດປ່ອຍປະຊາຊົນລາວ, ອະດີດລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ອະດີດລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ອະດີດເລຂາຄະນະພັກ, ປະທານຄະນະກໍາມະການປົກຄອງກໍາເເພງນະຄອນວຽງຈັນ, ອະດີດລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ອະດີດປະທານຄະນະຂົນຂວາຍສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ທີ່ໄດ້ເຖິງແກ່ມໍລະນະກໍາໃນວັນທີ 12 ພຶດສະພາ 2020 ລວມອາຍຸໄດ້ 92 ປີ.

ໃນວັນດຽວກັນ, ສະຫາຍ ຫງວຽນ ຊວນ ຟຸກ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວທີ່ ຫ້ອງວ່າການສຳນັກງານປະທານປະເທດ ແລະ

ພົບປະສອງຝ່າຍກັບ ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເພື່ອສະແດງຄວາມເສົ້າໂສກເສຍຕໍ່ການຈາກໄປຂອງ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ, ພ້ອມທັງນຳເອົາຄຳຢື້ຢາມຖາມຂ່າວ ແລະ ຄວາມເສົ້າສະຫລົດໃຈຈາກ ສະຫາຍ ຫງວຽນ ຟູ ຈອງ, ເລຂາທິການໃຫຍ່ ພັກຄອມມູນິດຫວຽດນາມ ແລະ ບັນດາການນຳຂັ້ນສູງ ພັກ-ລັດ ແລະ ປະຊາຊົນຫວຽດນາມ ມາຍັງ ພັກ-ລັດ ແລະ ປະຊາຊົນລາວ ຕໍ່ການຈາກໄປໂດຍບໍ່ມີວັນກັບຄືນມາຂອງສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ

ເປັນການສູນເສຍວິລະຊົນຜູ້ຍິ່ງໃຫຍ່ຂອງຊາດ, ນັກຮົບປະຕິວັດລຸ້ນອາວຸໂສ, ອະດີດການນຳທີ່ສຳຄັນຂອງຊາດລາວ. ສະຫາຍເປັນວິລະບຸລຸດທີ່ສຳຄັນທີ່ໄດ້ປະກອບສ່ວນໃນການຕໍ່ສູ້ຢ່າງລະອິດລະອ້ຽວ ຮ່ວມກັບທະຫານອາສາສະໝັກຫວຽດນາມ ຮ່ວມຂຸມຄອງສູ້ຮົບອັນດຽວກັນ ເພື່ອຕໍ່ສູ້ຕ້ານກັບຈັກກະພັດຝຮັ່ງ ແລະ ອາເມລິກາໃນສະໄໜຕໍ່ສູ້ກູ້ຊາດຂອງລາວ.

ພ້ອມກັນນີ້, ກໍມີບົດບາດອັນສຳຄັນໃນການຮັດແໜ້ນການຮ່ວມມືອັນສະໜິດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ ແລະ ຫວຽດນາມ ຕະຫລອດມາຈົນເຖິງປະຈຸບັນ.
ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ຍັງໄດ້ສະແດງຄວາມຂອບໃຈ ແລະ ມີຄວາມຊາບຊຶ້ງເປັນຢ່າງຍິ່ງທີ່ສະຫາຍພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ, ລັດ ຫວຽດນາມ ໄດ້ຕາງໜ້າໃຫ້ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ລັດຖະບານແຫ່ງ ສສ ຫວຽດນາມ ແລະ ປະຊາຊົນຫວຽດນາມ ທີ່ໄດ້ເດີນທາງມາຮ່ວມສະແດງຄວາມໄຫວ້ອາໄລອາວອນອັນສຸດຊຶ້ງ, ແບ່ງຄວາມທຸກໂສກຮ່ວມກັບພັກ, ລັດຖະບານ ແລະປະຊາຊົນລາວບັນດາເຜົ່າ, ຕໍ່ການຈາກໄປຢ່າງບໍ່ມີວັນກັບຄືນຂອງ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ, ຊຶ່ງເປັນການສະແດງໃຫ້ເຫັນເຖິງຄວາມມີຊີວິດຊີວາຂອງ ຄວາມສາມັກຄີພິເສດລາວ-ຫວຽດນາມ ທີ່ມີມູນເຊື້ອແຫ່ງຄວາມຜູກພັນແບບເຂົ້າເມັດຫັກ, ຜັກເສັ້ນແບ່ງຮ່ວມເປັນຮ່ວມຕາຍໃນຂຸມຄອງດຽວກັນ, ທຸກສຸກພວກເຮົາຢູ່ຄຽງຂ້າງກັນສະເໝີມາ.

ພ້ອມນີ້, ສະຫາຍເລຂາທິການໃຫຍ່ ຍັງໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ທີ່ສູນກາງພັກກອມມູນິດຫວຽດນາມ ໄດ້ໃຫ້ຄວາມເປັນຫ່ວງເປັນໄຍຕໍ່ການປິ່ນ ປົວສຸຂະພາບຂອງ ສະຫາຍ ສີສະຫວາດ ແກ້ວບຸນພັນ ໃນໄລຍະທ້າຍຂອງຊີວິດຂອງສະຫາຍ ໂດຍໄດ້ເອົາໃຈໃສ່ສົ່ງຄະນະແພດໝໍມາຊ່ວຍປິ່ນປົວຢ່າງທັນການ ຕາມການສະເໜີຂອງຝ່າຍລາວ ແລະ ໄດ້ຊ່ວຍຢຸກຢາເປັນຈໍານວນຫລາຍຈົນເຖິງວິນາທີສຸດທ້າຍ.
ພ້ອມດຽວກັນນີ້, ສະຫາຍ ບຸນຍັງ ວໍລະຈິດ ຍັງໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າສະແດງຄວາມຂອບໃຈເປັນຢ່າງຍິ່ງ ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເຫລືອຕໍ່ພັກ, ລັດຖະບານແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫລືອອັນລ້ຳຄ່າໃນການສ້າງສາພັດທະນາປະເທດຊາດຂອງພວກຂ້າພະເຈົ້າຕະຫລອດມາ, ພິເສດແມ່ນໄລຍະການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ເຖິງວ່າຫວຽດນາມ ກໍ່ພວມຢູ່ໃນໄລຍະຮັບມືກັບການແຜ່ລະບາດຂອງພະຍາດດັ່ງກ່າວ, ແຕ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ໄດ້ບິແບ່ງນ້ຳໃຈ ແລະ ໃຫ້ການຊ່ວຍເຫລືອດ້ານວັດຖຸອຸປະກອນການແພດ, ສົ່ງຄະນະຊ່ຽວຊານ ແລະ ຖ່າຍທອດບົດຮຽນໃຫ້ແກ່ພວກຂ້າພະເຈົ້າ.

ພ້ອມທັງໄດ້ຕີລາຄາສູງຕໍ່ບັນດາຜົນສໍາເລັດທີ່ໜ້າຊື່ນຊົມໃນການພັດທະນາເສດຖະກິດ-ສັງຄົມ ຂອງຫວຽດນາມໃນປະຈຸບັນ, ພິເສດແມ່ນການປ້ອງກັນ, ຄຸ້ມຄອງ ແລະ ຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃນ ສສ ຫວຽດນາມ ເຊິ່ງໄດ້ຮັບການຕີລາຄາສູງຈາກສາກົນ. ສໍາລັບ ສປປ ລາວ ກໍໄດ້ສຸມທຸກກໍາລັງເພື່ອຮັບມືກັບພະຍາດດັ່ງກ່າວ ແລະ ມາຮອດມື້ນີ້ກໍໄດ້ 1 ເດືອນແລ້ວທີ່ບໍ່ມີຜູ້ຕິດເຊື້ອເພີ່ມ. ປະຈຸບັນທົ່ວພັກພວມຂຸ້ນຂ້ຽວກະກຽມໃສ່ການດໍາເນີນກອງປະຊຸມໃຫຍ່ຂອງພັກ ແລະ ຂໍຢືນຢັນວ່າຈະເຮັດສຸດຄວາມສາມາດຂອງຕົນຮ່ວມກັບພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ສືບຕໍ່ປົກປັກຮັກສາ ແລະ ເສີມຂະ ຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມຮອບດ້ານລະຫວ່າງລາວ-ຫວຽດນາມ ໃຫ້ນັບມື້ຂະຫຍາຍຕົວ ແລະ ຍືນຍົງຄົງຕົວຕະຫລອດໄປ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ກໍຄື ເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.
ໃນໂອກາດພົບປະກັບນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທັງສອງຝ່າຍໄດ້ເຫັນດີສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດຜົນການຕົກລົງຂອງ ກອງປະຊຸມຄະນະກຳມະການຮ່ວມທະວິພາຄີ ລະຫວ່າງ ສອງລັດຖະບານ ຄັ້ງທີ 42 ໃຫ້ປະກົດຜົນເປັນຈິງ.
ທ້າຍສຸດນີ້, ສະຫາຍເລຂາທິການໃຫຍ່ ຍັງໄດ້ອວຍພອນສະຫາຍນາຍົກລັດຖະມົນ ສສ ຫວຽດ ນາມ ພ້ອມດ້ວຍຄະນະ ແລະ ຜ່ານສະຫາຍໄປຍັງສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນ ຟູຈ້ອງ ແລະ ບັນດາສະຫາຍການນຳຂັ້ນສູງຂອງພັກ-ລັດຖະບານ ຫວຽດນາມ ຈົ່ງມີສຸຂະພາບເຂັ້ມແຂງແລະ ປະສົບຜົນສຳເລັດໃໝ່ໃຫຍ່ຫລວງກວ່າເກົ່າ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກຢ່າງມີໄຊ ແລະ ກ້າວສູ່ກອງປະຊຸມໃຫຍ່ຂອງພັກກອມມູນິດຫວຽດນາມ ຄັ້ງທີ 13 ໃນຕົ້ນປີ 2021, ບັນລຸເປົ້າໝາຍເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.