ນະຄອນຫຼວງວຽງຈັນ: ກອງພັນປ້ອງກັນເຄື່ອນທີ່ ປກສ ນະຄອນຫຼວງວຽງຈັນ ໄດ້ກັກຕົວກຸ່ມແກ້ງກວນເມືອງ 100 ກວ່າຄົນທີ່ລວມຕົວກັນ ເພື່ອແລກສະຕິກເກີ້ ( ສັນຍາລັກຂອງກຸ່ມ ), ຢູ່ຖະໜົນລ້ານຊ້າງ ເຂດຕະຫຼາດເຊົ້າ ແລະ ເສັ້ນທາງຕັດໃໝ່ ບຶງທາດຫຼວງ ໃນວັນທີ 09 ພຶດສະພາ ທີ່ຜ່ານມາ, ມາສຶກສາອົບຮົມ ແລະ ເຮັດບົດບັນທຶກກ່າວເຕືອນ.

ໃນວັນທີ 12 ພຶດສະພາ 2020 ພັທ ບຸນຖົມ ແກ້ວມະນີວົງ ຫົວໜ້າກອງພັນປ້ອງກັນເຄື່ອນທີ່ ປກສ ນະຄອນຫຼວງວຽງຈັນ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ປກສ ນວ ວ່າ: ພາຍຫຼັງໄດ້ຮັບແຈ້ງຈາກພົນລະເມືອງດີ ວ່າ: ໃນເວລາ 02:00 ໂມງ ຂອງວັນທີ 09 ພຶດສະພາ 2020 ມີກຸ່ມໄວລຸ້ນລວມຕົວກັນແຂ່ງລົດສົ່ງສຽງດັງເນືອງນັນ ຢູ່ຖະໜົນລ້ານຊ້າງ ເຂດຕະຫຼາດເຊົ້າ.

ຈາກນັ້ນ, ກອງພັນປ້ອງກັນເຄື່ອນທີ່ ປກສ ນວ ໄດ້ນໍາກໍາລັງວິຊາສະເພາະສົມທົບພາກສ່ວນທີ່ກ່ຽວຂ້ອງ ລົງແກ້ໄຂສາມາດຄວບຄຸມຕົວກຸ່ມໄວລຸ້ນໄດ້ຈໍານວນ 38 ຄົນ, ຍິງ 3 ຄົນ ແລະ ຢຶດລົດຈັກດັດແປງສະພາບ 19 ຄັນ, ລົດໃຫຍ່ 1 ຄັນ ແລະ ໃນເວລາ 12:00 ໂມງ ຂອງວັນດຽວກັນ ກອງພັນປ້ອງກັນເຄື່ອນທີ່ ປກສ ນວ ໄດ້ສົມທົບກັບກໍາລັງທະຫານ ນວ ລົງສະກັດກັ້ນ ແລະ ແກ້ໄຂກຸ່ມໄວລຸ້ນທີ່ລວມຕົວກັນເປັນຈໍານວນທັງໝົດ 115 ຄົນ, ຍິງ 51 ຄົນ ຢູ່ບຶງທາດຫຼວງ ເມືອງໄຊເສດຖາ ນວ ເພື່ອແລກປ່ຽນສະຕິກເກີ້ ທີ່ເປັນສັນຍາລັກຂອງກຸ່ມແກ້ງ; ເຊິ່ງແຕ່ລະຄົນອາຍຸແມ່ນຍັງບໍ່ເຖິງ 18 ປີ, ພ້ອມທັງຢຶດລົກຈັກໄດ້ 65 ຄັນ.

ສໍາລັບກຸ່ມແກ້ງກວນເມືອງ ແລະ ກຸ່ມໄວລຸ້ນ ຈໍານວນ 153 ຄົນ, ຍິງ 54 ຄົນ ເຈົ້າໜ້າທີ່ກອງພັນປ້ອງກັນເຄື່ອນທີ່ ປກສ ນວ ໄດ້ສຶກສາອົບຮົມກ່າວເຕືອນ ແລະ ເຮັດບົດບັນທຶກ. ສ່ວນລົດຈັກທີ່ຢຶດມາໄດ້ ເຈົ້າໜ້າທີ່ ແມ່ນໄດ້ສົມທົບກັບພະແນກໂຍທາທິການ ແລະ ຂົນສົ່ງ ກວດກາລະອຽດ ເພາະລົດຈໍານວນດັ່ງກ່າວມີການດັດແປງສະພາບເຕັກນິກ, ຈໍານວນໜື່ງບໍ່ມີເອກະສານ ແລະ ຈະໄດ້ປະຕິບັດຕາມດໍາລັດ 188/ ນຍ ຢ່າງເຂັ້ມງວດ.

ທ່ານຫົວໜ້າກອງພັນປ້ອງກັນເຄື່ອນ ປກສ ນວ ຍັງໄດ້ຮຽກຮ້ອງໃຫ້ພໍ່-ແມ່ຜູ້ປົກຄອງເອົາໃຈໃສ່ສຶກສາອົບຮົມລູກຫຼານຂອງຕົນໃຫ້ດີ, ບໍ່ປະປ່ອຍໃຫ້ເຄື່ອນໄຫວໄປໃນທາງທີ່ບໍ່ຖືກຕ້ອງ ໂດຍສະເພາະເຄື່ອນໄຫວຜິດຕໍ່ລະບຽບກົດໝາຍ ຫຼື ພົວພັນກັບສິ່ງເສບຕິດ; ຊຶ່ງເປັນການສ້າງຄວາມເດືອນຮ້ອນໃຫ້ຄົນອື່ນໃນສັງຄົມ ກໍຄືການທໍາລາຍອານາຄົດຂອງຊາດ.

ປກສ ນະຄອນຫຼວງວຽງຈັນ

Leave a Reply

Your email address will not be published. Required fields are marked *