ໃນວັນທີ 13.5.2020 ເວລາ 08:20ນາທີ ໜວ່ຍກູ້ຊີບອົງການກາແດງແຂວງວຽງຈັນໄດ້ຮັບແຈ້ງເຫດຜ່ານເບີ 023 1625 ວ່າມີລົດໃຫ່ຍ+ລົດຈັກ ຢູ່ທີ່ບ້ານໂພນຫມີ ເມືອງວຽງຄຳ ແຂວງວຽງຈັນ


ເມື່ອໜ່ວຍກູ້ຊີບອົງການກາແດງແຂວງວຽງຈັນໄປຮອດບ່ອນເກີດເຫດ ພົບເຫັນຜູ້ບາດເຈັບ 02ຄົນ,ເພດຍິງທັງຫມົດ,ນອນຫມົດສະຕິ(ບໍ່ຫາຍໃຈ) ທາງຫນ່ວຍກູ້ຊີບຈື່ງໄດ້ໂປ້ມຫົວໃຈ(CPR) ໃຫ້ກັບທັງສອງຄົນແຕ່ບໍ່ມີການຕອບສະຫນອງໃດໆ


ດັ່ງນັ້ນ,ໜ່ວຍກູ້ຊີບອົງການກາແດງແຂວງວຽງຈັນຈື່ງໄດ້ປະຖົມພະຍາບານເບື້ອງຕົ້ນ ແລະ ມ້ຽນ-ຫໍ່ສົບ ເພື່ອມອບໃຫ້ຍາດຕິພີ່ນ້ອງຂອງຜູ້ເສຍຊີວິດເຮັດພິທີທາງສາສະຫນາ
ທາງທີມງານຂອງພວກຂໍສະແດງຄວາມເສຍໃຈມາຍັງຍາດຕິພີ່ນ້ອງຂອງຜູ້ເສຍຊີວິດອີກດວ້ຍ