ເຊົ້າວັນທີ່ 13 ພຶດສະພາ 2020 ນີ້ ກອງເລຂາຄະນະສະເພາະກິດ ຕ້ານໂຄວິດ-19 ນຳໂດຍທ່ານ ຮສ ດຣ ພູທອນ ເມືອງປາກ ແລະ ທ່ານ ນາງ ທິບພະກອນ ຈັນທະວົງສາ ໄດ້ລົງໄປຢ້ຽມຢາມສູນຈຳກັດບໍລິເວນນະຄອນຫຼວງວຽງຈັນ ທີ່ຕັ້ງຢູ່ສູນຝຶກອົບຮົມກອງທັບຫຼັກ 27 ເພື່ອຕິດຕາມສະພາບ ການເປັນຢູ່ຂອງແຮງງານລາວທີ່ກັບມາຈາກຕ່າງປະເທດ,

ປະຈຸບັນມີ ຜູ້ພັກຢູ່ສູນຈຳນວນ 374 ຄົນ, ຍິງ 127 ຄົນ ເຊິ່ງມີຖິ່ນຖານມາຈາກແຂວງຕ່າງໆ, ເຫັນວ່າສູນແມ່ນມີມາດຕະຖານດີສົມຄວນ ທາງດ້ານທີ່ພັກເຊົາ, ເປັນເຂດຈຳກັດບໍລິເວນສະເພາະ, ມີຄວາມປອດໄພສູງ, ບັນດາແຮງງານເຫຼົ່ານີ້ ພາຍຫຼັງກວດວິເຄາະບໍ່ພົບເຊື້ອແລ້ວ ຈຳນວນໜຶ່ງ ຈະໄດ້ເດີນທາງກັບຄືນໄປແຂວງຂອງຕົນ ຈຳນວນໜຶ່ງກໍ່ຈະໄດ້ສືບຕໍ່ຈຳກັດບໍລິເວນຢູ່ສູນນີ້ຈົນຄົບ 14 ວັນ.

Leave a Reply

Your email address will not be published. Required fields are marked *