1623 ລາຍງານໃຫ້ຮູ້ວ່າ ວັນທີ 12/05/2020 ເວລາ 18:00 ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ ໄດ້ຮັບແຈ້ງຈາກປະຊາຊົນ ຜ່ານເບີໂທສຸກເສີນ 1623 ວ່າມີ ເຫດອັກຄີໄພ (ໄຟໄໝ້ເຮືອນ) ຈຸດເກີດເຫດແມ່ນ ບ້ານນາງ່າ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ

ພາຍຫຼັງໄດ້ຮັບຂ່າວດັ່ງກ່າວ ທາງໜ່ວຍກູ້ໄພ 1623 ຈຶ່ງໄດ້ແຈ້ງໃຫ້ທີມປະຕິບັດການພິເສດ ທີ່ໄດ້ຮ່ຳຮຽນແລະຝຶກຊ້ອມ ທາງດ້ານເຫດອັກຄີໄພ ອອກປະຕິບັດໜ້າທີ່
ເມື່ອຮອດຈຸດເກີດເຫດກໍພົບວ່າ ໄຟກຳລັງລຸກໄໝ້ຢ່າງຮຸນແຮງແລະມີຜູ້ເຄາະຮ້າຍ1ຄົນ ຕິດຢູ່ພາຍໃນບ້ານ
ທີມປະຕິບັດການພິເສດໃຊ້ເວລາປະມານ2ຊົ່ວໂມງຈຶ່ງສາມາດຄວບຄຸມສະຖານນະໄວ້ໄດ້

ຂໍ້ມູນຄວາມເສຍຫາຍ
ເຮືອນ 1 ຫຼັງ, ລົດຈັກ 1ຄັນ, ມີຜູ້ເສຍຊີວິດ 1 ຄົນ ເພດຊາຍ ອາຍຸ 52 ປີ
ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ເສຍຫາຍໃນຄັ້ງນີ້.