ລາຍງານຈາກ ປະຊາຊົນໃຫ້ຮູ້ວ່າ ໃນເວລາປະມານ 17:00 ວັນທີ 12 ພຶດສະພາ 2020 ເກີດ ອຸບັດຕິເຫດ ມີຄົນໂດດລົງຫຼິ້ນນໍ້າ ແລ້ວ ຈົມນໍ້າ ເສຍຊີວິດ ທີ່ນໍ້າຕົກ ແກ້ງຊັນ ບ້ານບຶງຄໍາ ເມືອງສາລະວັນ ແຂວງສາລະວັນ, ເຮັດໃຫ້ເສຍຊີວິດ. ຜູ່ຢູ່ໃນເຫດການ ແລະ ປະຊາຊົນ ໄດ້ຊ່ວຍກັນ ດໍາງົມຫາ ແລະ ພົບສົບ ຜູ່ເສຍຊີວິດ ໃນເວລາຕໍ່ມາ.
ຜູ່ເສຍຊີວິດເປັນເພດຊາຍ ບໍ່ທັນຮູ້ຊື່ ແລະ ທີ່ຢູ່, ທາງເຈົ້າໜ້າທີ່ ຈະກວດສອບຫາຂໍ້ມູນ ແລະ ຕິດຕໍ່ຫາ ຍາດພີ່ນ້ອງຕໍ່ໄປ.

ຈາກການ ໃຫ້ຂໍ້ມູນເບື້ອງຕົ້ນ, ຜູ່ກ່ຽວ ກໍ່ສາມາດລອຍນໍ້າ ແຕ່ການເກີດອຸບັດຕິເຫດ ຄັ້ງນີ້ ອາດເນື່ອງມາຈາກ ການດຶ່ມສິ່ງມືນເມົາ ແລ້ວລົງຫຼິ້ນນໍ້າ ເຮັດໃຫ້ເກີດເຫດ ບໍ່ຄາດຝັນນີ້. ສະແດງຄວາມເສຍໃຈກັບຄອບຄົວຜູ່ເສຍຊີວິດ
ລາຍງານໂດຍ: ສາວເມ.

ຄລິບການຄົ້ນຫາ ທີ 1
ຄລິບການຄົ້ນຫາ ທີ 2
ຄລິບການຄົ້ນຫາ ທີ 3
ຄລິບການຄົ້ນຫາ ທີ 4
ຄລິບຕອນນໍາສົບຂຶ້ນຈາກນໍ້າ