ປກສ ອຸດົມໄຊ: ເຫດເກີດໃນເວລາ 11 ໂມງ 30 ນາທີຂອງວັນທີ 09 ພຶດສະພາ 2020 ເຂດຫຼັກກິໂລແມັດທີ່ 07 ເສັ້ນທາງເລກ 13 ເໜືອ (ບ້ານໂຮມໄຊ ເມືອງໄຊ ແຂວງອຸດົມໄຊ)
ສະຫາຍ ຮທ ສີສະຫວາດ ວົງພະຈັນ ຮອງຫົວໜ້າກອງອຸປະຕິເຫດພະແນກຕໍາຫຼວດຈະລາຈອນ ກອງບັນຊາການ ປກສ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ຮັບແຈ້ງວ່າ: ມີອຸບັດຕິເຫດລົດໃຫຍ່ຕໍາກັບລົດຈັກ ຈາກນັ້ນ,ຈິ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງກວດກາວັດແທກ ພ້ອມທັງສອບປາກຄໍາກັບຜູ້ເຫັນເຫດການ ແລະ ຜູ້ຂັບຂີ່ລົດໃຫຍ່ ຄູ່ກໍ່ລະນີຕ່າງກໍ່ຂັບຂີ່ (ແລ່ນ) ລົດຊ້ວນທາງກັນມາ
ສາເຫດແມ່ນຍ້ອນຜູ້ຂັບຂີ່ລົດໃຫຍ່ຊື່ ທ້າວ ຕິ່ງ ຍີ້ກັງ ອາຍຸ 29 ປີ,ພະນັງານ,ເຜົ່າຫານ, ເຊື້ອຊາດ-ສັນຊາດຈີນ ຢູ່ບ້ານຄຸນມິງ ເມືອງຄຸນມິງ ແຂວງຍຸນນານ ສປ ຈີນ ໄດ້ຂັບຂີ່ລົດຈິບ,ສີເທົາ ໝາຍເລກທະບຽນ KL7899 ແລ່ນໄວເກີນຂອບເຂດບວກກັບການແລ່ນລົດບໍ່ແນບກຳຂວາມືຂອງຕົນຈຶ່ງພາໃຫ້ເກີດອຸບັດຕິເຫດໃນຄັ້ງນີ້ຂື້ນ ພາຍຫຼັງທີ່ໄດ້ຕໍາກັບລົດຈັກທີ່ແລ່ນມາແຕ່ເບື້ອງກົງກັນຂ້າມຢ່າງແຮງ ເຮັດໃຫ້ລົດເສຍຫຼັກແລ່ນອອກນອກທາງ
ພ້ອມດຽວກັນນັ້ນລົດໃຫຍ່ໄດ້ຫຼາກຖູເອົາລົດຈັກສີໝາກຄໍ້, ຍີ່ຫໍ້ຫົງຊິງ(ບໍ່ມີປ້າຍທະບຽນ) ແລະ ຄົນທີ່ຂັບຂີ່ລົດຈັກອອກນອກທາງເກືອບ 10 ແມັດ ເຮັດທ້າວ ຊຽງຕາ ອາຍຸ 30 ປີ,ຫວ່າງງານ ເສຍຊີວິດຄາທີ່ ,ສ່ວນທ້າວ ຊຽງ ໝອນ,ອາຍຸ 30 ປີ,ຫວ່າງງານ ໄດ້ເສຍຊີວິດພາຍຫຼັງທີ່ນໍາສົ່ງຮອດໂຮງໝໍ ຜູ້ເສຍຊີວິດທັງສອງຢູ່ບ້ານບໍ່ ເມືອງໄຊ ແຂວງອຸດົມໄຊ ;
ເຈົ້່າໜ້າທີ່ວິຊາສະເພາະໄດ້ໃຫ້ຮູ້ຕື່ມວ່າຕາມການສັງລວມຜົນເສຍຫາຍໃນເຫດການຄັ້ງນີ້ມີ ພາຫະນະເປ່ເພສົມຄວນ 01 ຄັນ,ໃຊ້ການບໍ່ໄດ້ 01 ຄັນ,ຄົນເສຍຊີວິດ 02 ຄົນ, ລວມມູນຄ່າເສຍຫາຍດ້ານວັດຖຸແມ່ນບໍ່ຕໍ່າກວ່າ 80,000,000 ກີບ ແລະ ສາເຫດຂອງການເກີດອຸບັດຕິເຫດຄັ້ງນີ້ແມ່ນຍ້ອນຜູ້ຂັບຂີ່ລົດໃຫຍ່ (ລົດຈິບ) ແລ່ນໄວ ແລະ ບໍ່ແນບກຳຂວາມືຂອງຕົນເອງ.
