ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານແຫ່ງ ສປປ ລາວ, ສູນກາງແນວລາວສ້າງຊາດ ແລະ ຄອບຄົວແກ້ວບຸນພັນ ຂໍແຈ້ງຂ່າວຄວາມເສົ້າສະຫຼົດໃຈມາຍັງສະມາຊິກພັກ, ພະນັກງານ, ນັກຮົບ ແລະ ພີ່ນ້ອງຮ່ວມຊາດຊາບທົ່ວເຖິງກັນວ່າ:
ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດກຳມະການສູນກາງພັກ ສະໄໝທີ I, II, III, IV, V, VI, VII ແລະ VIII, ອະດີດເລຂາທິການສູນກາງພັກ ສະໄໝທີ III, IV, ອະດີດກຳມະການກົມການເມືອງສູນກາງພັກ, ສະໄໝທີ IV, VI, VII ແລະ VIII,

ອະດີດນາຍົກລັດຖະມົນຕີ, ອະດີດຮອງປະທານປະເທດ, ອະດີດປະທານສູນກາງແນວລາວສ້າງຊາດ, ອະດີດຫົວໜ້າເສນາທິການສູງສຸດກອງທັບປະຊາຊົນລາວ, ອະດີດລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ອະດີດລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ອະດີດເລຂາຄະນະພັກ ປະທານຄະນະປົກຄອງກຳແພງນະຄອນຫຼວງວຽງຈັນ, ອະດີດລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ ອະດີດເລຂາທິການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.
ພາຍຫຼັງ ສະຫາຍໄດ້ມີການເຈັບເປັນໄລຍະໜຶ່ງ, ການຈັດຕັ້ງ, ຄອບຄົວຍາດພີ່ນ້ອງ, ຄະນະແພດໝໍທັງພາຍໃນ ແລະ ຕ່າງປະເທດ ໄດ້ເອົາໃຈໃສ່ປິ່ນປົວຈົນສຸດຄວາມສາມາດ ແຕ່ກໍ່ບໍ່ສາມາດກອບກູ້ເອົາຊີວິດຂອງສະຫາຍໄວ້ໄດ້, ສະຫາຍຈຶ່ງໄດ້ເສຍຊີວິດໃນເວລາ 07 ໂມງ 09 ນາທີ ຂອງວັນທີ 12 ພຶດສະພາ 2020 ລວມອາຍຸໄດ້ 92 ປີ.
ເພື່ອຈາລຶກຄຸນງາມຄວາມດີຂອງ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ທີ່ໄດ້ອຸທິດແກ່ປະເທດຊາດ ແລະ ການປະຕິວັດ, ດ້ວຍຄວາມອາໄລອາວອນຢ່າງສຸດຊຶ້ງຕໍ່ສະຫາຍ, ເຊິ່ງເປັນໜຶ່ງໃນບັນດາພະນັກງານການນຳຂັ້ນສູງຂອງພັກ-ລັດ.

ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານແຫ່ງ ສປປ ລາວ, ສູນກາງແນວລາວສ້າງຊາດ ໄດ້ຕົກລົງໄວ້ອາໄລຢ່າງເປັນທາງການ ເປັນເວລາ 4 ວັນ ນັບແຕ່ວັນທີ 13 ເຖິງວັນທີ 16 ພຶດສະພາ ປັດຈຸບັນ ສົບຂອງເພິ່ນໄດ້ບຳເພັນກຸສົນໄວ້ຢູ່ທີ່ສະໂມສອນໃຫຍ່ ກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ (ໂພນເຄັງ) ສ່ວນວັນຊາປະນາກິດສົບ ຈະໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 16 ພຶດສະພາ 2020 ເວລາ 13 ໂມງ 30 ນາທີ ທີ່ສະໜາມຫຼວງ (ເດີ່ນພະທາດຫຼວງ) ນະຄອນຫຼວງວຽງຈັນ.
ດັ່ງນັ້ນ, ຈຶ່ງແຈ້ງຂ່າວມາຍັງສະມາຊິກພັກ, ພະນັກງານ, ນັກຮົບ ແລະ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ເພື່ອຊາບທົ່ວເຖິງກັນ.
ຊີວະປະຫວັດຫຍໍ້ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ
ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ເກີດເມື່ອວັນທີ 01 ພຶດສະພາ ປີ 1928 ທີ່ບ້ານຫ້ວຍກະລືມ ເມືອງວຽງໄຊ ແຂວງຫົວພັນ, ເປັນບຸດຂອງ ທ່ານ ບຸນຊູ ແລະ ນາງ ປ້ານ. ສະຫາຍໄດ້ສ້າງຄອບຄົວກັບ ນາງ ຫຼ້າ ແກ້ວບຸນພັນ ມີລູກນຳກັນ 4 ຄົນ, ຍິງ 4 ຄົນ ປັດຈຸບັນຢູ່ບ້ານໜອງບອນ ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.
ການເຄື່ອນໄຫວປະຕິວັດ ໂດຍຫຍໍ້ແຕ່ລະໄລຍະມີດັ່ງນີ້:
- ປີ 1947-1948 ເປັນນັກຮົບຢູ່ກອງ ໂຄສະນາປະກອບອາວຸດພາກເໜືອ (ໄຕຕ້ຽນ);
- ປີ 1948-1949 ເປັນພະນັກງານຂົນຂວາຍກໍ່ສ້າງພື້ນຖານລັບ ຢູ່ສັນກາງລຽບນ້ຳມ່າ ເພື່ອສ້າງຖານທີ່ໝັ້ນເຂົ້າພາກເໜືອຂອງລາວ;
- ປີ 1949-1952 ເປັນຫົວໜ້າການເມືອງກອງຮ້ອຍລາດຊະວົງ;
- ປີ 1952-1954 ເປັນຫົວໜ້າການທະຫານກອງຮ້ອຍລາດຊະວົງ ທັງເປັນຮອງກອງພັນ ປະສົມລາວ-ຫວຽດນາມ ຂຶ້ນປົດປ່ອຍເມືອງຮ້ຽມ, ປາກລາວ, ບ້ານແຊ້, ບ້ານຊ້ອນເປີດກວ້າງເຂດທີ່ໝັ້ນຢູ່ພາກເໜືອຂອງລາວ;
- ປີ 1954-1955 ເປັນກຳມະການຢຸດຍິງຂັ້ນສູນກາງກັບຝຣັ່ງ ທີ່ຄັງໄຂ ແຂວງຊຽງຂວາງ;
- ວັນທີ 22/03/1955 ເຊິ່ງເປັນວັນສ້າງຕັ້ງພັກ ແລະ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ I ຂອງພັກ ສະຫາຍໄດ້ຮັບການເລືອກຕັ້ງເປັນກຳມະການສູນກາງພັກ ປະຊາຊົນລາວຊຸດທຳອິດ, ໃນປີດຽວກັນນັ້ນ ຖືກເລືອກຕັ້ງເຂົ້າເປັນກຳມະການຄະນະພັກທະຫານ, ທັງຖືກແຕ່ງຕັ້ງເປັນຮອງເສນາທິການກອງທັບປົດປ່ອຍປະຊາຊົນລາວ;

- ປີ 1956-1960 ຖືກແຕ່ງຕັ້ງເປັນເລຂາຄະນະພັກ, ເປັນຜູ້ບັນຊາການທະຫານເຂດເຕົ້າໂຮມຊຳເໜືອ, ເປັນຜູ້ຊີ້ນຳການເລືອກຕັ້ງຜູ້ແທນລາດສະດອນຂອງຝາຍປະຕິວັດ ແລະ ເປັນຜູ້ບັນຊາການປົດປ່ອຍແຂວງຫົວພັນ ເທື່ອທີ 2;
- ປີ 1960-1976 ຖືກແຕ່ງຕັ້ງເປັນຫົວໜ້າເສນາທິການສູງສຸດ ກອງທັບປົດປ່ອຍປະຊາຊົນລາວ;
- ປີ 1972 ໃນກອງປະຊຸມໃຫຍ່ ຄັ້ງທີ II ຂອງພັກ ຖືກເລືອກຕັ້ງເປັນກຳມະການສູນກາງພັກ ສະໄໝທີ II;
- ປີ 1976-1980 ເປັນຫົວໜ້າເສນາທິການສູງສຸດກອງທັບປົດປ່ອຍປະຊາຊົນລາວ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ເລຂາຄະນະພັກກຳແພງນະຄອນຫຼວງວຽງຈັນ, ລັດຖະມົນຕີກະຊວງພາຍໃນ (ກະຊວງປ້ອງກັນຄວາມສະຫງົບ ປັດຈຸບັນ);
- ປີ 1982 ໃນກອງປະຊຸມໃຫຍ່ ຄັ້ງທີ III ຂອງພັກ ຖືກເລືອກຕັ້ງເປັນກຳມະການສູນກາງພັກ, ເປັນເລຂາທິການສູນກາງພັກ, ຫົວໜ້າເສນາທິການສູງສຸດກອງທັບປົດປ່ອຍປະຊາຊົນລາວ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ເລຂາຄະນະພັກ ກຳແພງນະຄອນຫຼວງວຽງຈັນ;
- ປີ 1982 ຖືກແຕ່ງຕັ້ງໃຫ້ເປັນເລຂາຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອກະກຽມຈັດຕັ້ງກອງປະຊຸມໃຫຍ່ຊາວໜຸ່ມ ຄັ້ງທີ I;
- ປີ 1983 ສູນກາງພັກ-ລັດຖະບານ ໄດ້ຕົກລົງປະດັບຊັ້ນພົນເອກໃຫ້ແກ່ສະຫາຍ;
- ປີ 1983-1984 ໄປຮຽນທິດສະດີການເມືອງຊັ້ນສູງທີ່ຮ່າໂນ້ຍ ສສ ຫວຽດນາມ;

- ປີ 1985 ຖືກແຕ່ງຕັ້ງເປັນເລຂາຄະນະພັກ, ປະທານຄະນະປົກຄອງກຳແພງນະຄອນຫຼວງວຽງຈັນ;
- ປີ 1986 ໃນກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກຖືກເລືອກຕັ້ງເປັນກຳມະການສູນກາງພັກ ທັງຖືກເລືອກຕັ້ງເປັນກຳມະການກົມການເມືອງ ແລະ ເລຂາທິການສູນກາງພັກ, ສືບຕໍ່ເປັນເລຂາຄະນະພັກ, ປະທານຄະນະປົກຄອງກຳແພງນະຄອນວຽງຈັນ;
- ປີ 1987-1988 ເປັນຫົວໜ້າຄະນະເຈລະຈາຢຸດຍິງກັບປະເທດໄທ;
- ປີ 1991 ໃນກອງປະຊຸມໃຫຍ່ ຄັ້ງທີ V ຂອງພັກ ຖືກເລືອກຕັ້ງເປັນກຳມະການສູນກາງພັກ, ຖືກແຕ່ງຕັ້ງເປັນລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້;
- ປີ 1996 ໃນກອງປະຊຸມໃຫຍ່ ຄັ້ງທີ VI ຂອງພັກຖືກເລືອກຕັ້ງເປັນກຳມະການສູນກາງພັກ ທັງຖືກເລືອກຕັ້ງເປັນກຳມະການກົມການເມືອງສູນກາງພັກ;
- ປີ 1996-1998 ຖືກເລືອກຕັ້ງເປັນຮອງປະທານປະເທດ;
- ປີ 1998-2001 ຖືກເລືອກຕັ້ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ;
- ປີ 2002, 2006 ໃນກອງປະຊຸມໃຫຍ່ ຄັ້ງທີ VII, VIII ຂອງພັກ ຖືກເລືອກຕັ້ງເປັນກຳມະການສູນກາງພັກ, ທັງຖືກເລືອກຕັ້ງເປັນກຳມະການກົມການເມືອງສູນກາງພັກ ແລະ ຖືກເລືອກຕັ້ງເປັນປະທານສູນກາງແນວລາວສ້າງຊາດ;
- ປີ 2011 ອີງໃສ່ອາຍຸກະສຽນ, ສຸຂະພາບ ແລະ ຄວາມມຸ່ງມາດປາດຖະໜາຂອງສະຫາຍເອງ, ສະຫາຍຈຶ່ງໄດ້ຮັບການເຫັນດີໃຫ້ພັກຜ່ອນ ຕາມນະໂຍບາຍຂອງພັກ ແລະ ລັດ ພາຍຫຼັງໄດ້ຮັບນະໂຍບາຍໃຫ້ພັກການ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ຍັງໄດ້ປະກອບສ່ວນລົງຊີ້ນຳ, ຕິດຕາມ, ຊຸກຍູ້ການປະຕິບັດວຽກງານຢູ່ ບັນດາຂະແໜງການ ແລະ ທ້ອງຖິນຕາມເງື່ອນ ແລະ ສຸຂະພາບຕົວຈິງ.
ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ແມ່ນຜູ້ນຳອາວຸໂສສຳຄັນຮຸ່ນທຳອິດຂອງພັກ, ລັດເຮົາທີ່ໄດ້ເອົາຊີວິດຂອງຕົນຕິດພັນກັບການຕໍ່ສູ້ກູ້ຊາດ ຕ້ານຈັດກະພັດລ່າເມືອງຂຶ້ນທັງເກົ່າ ແລະ ໃໝ່ຂອງປະຊາຊົນລາວບັນດາເຜົ່າ ຕະຫຼວດໄລຍະ 30 ກວ່າປີ. ສະຫາຍແມ່ນນັກຮົບປະຕິວັດຜູ້ກ້າແກ່ນ, ມີນ້ຳໃຈເສຍສະຫຼະອັນສູງສົ່ງ, ເປັນໜຶ່ງໃນບັນດານາຍທະຫານນຳພາ-ບັນຊາທີ່ດີເດັ່ນ ເປັນທີ່ເຄົາລົບຮັກຂອງຂອງກຳລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າ, ແມ່ນພະນັກງານການນຳທີ່ມີແບບແຜນນຳພາທີ່ດີ, ມີຄວາມສາມັກຄີເປັນເອກະພາບພາຍໃນພັກ ແລະ ຢຶດໝັ້ນໃນອຸດົມການປະຕິວັດອັນສູງສົ່ງ ໃນພາລະກິດປະຕິວັດປົດປອຍຊາດ, ປົກປັກຮັກສາ ແລະ ສ້າງສາລະບອບໃໝ່.
ດ້ວຍຜົນງານ ແລະ ຄຸນງາມຄວາມດີທີ່ສະແດງອອກເຖິງຄຸນສົມບັດສິນທຳປະຕິວັດອັນຜ່ອງໃສ ແລະ ຄວາມຮັກແພງເຊື້ອຊາດ ສະຫາຍໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຄົາລົບຮັກຈາກສະມາຊິກພັກ, ພະນັກງານ, ນັກຮົບ ແລະ ປະຊາຊົນລາວບັນດາເຜົ່າ ກໍ່ຄືປະເທດເພື່ອນມິດຢ່າງກວ້າງຂວາງ, ເພື່ອເປັນການສັນລະເສີນກຽດຕິຄຸນຂອງສະຫາຍ, ພັກ ແລະ ລັດເຮົາ ໄດ້ມອບຫຼຽນໄຊຂັ້ນສູງປະເພດຕ່າງໆໃຫ້ແກ່ສະຫາຍ ໃນນັ້ນມີ:
- ຫຼຽນຄຳແຫ່ງຊາດ ສປປ ລາວ 1 ໜ່ວຍ
- ຫຼຽນຄຳແຫ່ງຊາດ ສສ ຫວຽດນາມ 1 ໜ່ວຍ
- ຫຼຽນໄຊອິດສະຫຼະ ຊັ້ນ I 4 ໜ່ວຍ
- ຫຼຽນໄຊອິດສະຫຼະ ຊັ້ນ II 2 ໜ່ວຍ
ນອກຈາກນັ້ນຍັງໄດ້ຮັບຫຼຽນໄຊ, ຫຼຽນກາ, ຫຼຽນລະນຶກ ແລະ ຫຼຽນມິດຕະພາບ ທີ່ສຳຄັນເປັນຈຳນວນຫຼວງຫຼາຍ ຈາກພາຍໃນ ແລະ ຕ່າງປະເທດ.
