ຂໍສະແດງຄວາມອາໄລຮັກຢ່າງສຸດຊື້ງ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ນັກຮົບປະຕິວັດລຸ້ນອາວຸໂສ ອະດີດນາຍົກລັດຖະມົນຕີແຫ່ງ ສ.ປ.ປ.ລາວ ແລະ ອະດີດປະທານສູນກາງແນວລາວສ້າງຊາດ ທີໄດ້ມໍຣະນະກໍາແລ້ວໃນເວລາ 07:00 ໂມງປາຍ ຂອງວັນທີ 12 ພຶດສະພາ 2020

ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ເກີດວັນທີ 1 ພຶດສະພາ 1928 ທີ່ບ້ານຫ້ວຍກະລຶມ ຕາແສງເມືອງປົວ ເມືອງຊໍາເໜືອ ແຂວງຫົວພັນ ມີເອື້ອຍນ້ອງຮ່ວມກັນ 3 ຄົນ. ຊິວີດຕອນຍັງນ້ອຍຂອງເພີ່ນກໍ່ເປັນຄືເດັກນ້ອຍທົ່ວໄປ ທີ່ໃຊ້ຊິວີດຕາມບ້ານນອກ ເປັນຊາວໄຮ່ນາ ຫາກິນຕາມທໍາມະຊາດ.​

ພໍ່ ແລະ ແມ່ ຂອງເພີ່ນແມ່ນເສຍຊິວີດ ຕັ້ງແຕ່ຕອນເພີ່ນອາຍຸ 14 ປີ. ທ່ານ ສີສະຫວາດ ຕ້ອງລ້ຽງນ້ອງ 3 ຄົນ ໂດຍອາໄສວັດ ເປັນບ່ອນຮຽນໜັງສື. ເມື່ອອາຍຸ 20 ປີ ທ່ານ ສີສະຫວາດ ໄດ້ເຂົ້າຮ່ວມຂະບວນການປະຕິວັດລາວ ແລະ ເປັນໜຶ່ງໃນນັກຮົບຮຸ່ນທໍາອິດ ທີ່ກໍ່ຕັ້ງ ກອງຮ້ອຍຣາຊຊະວົງ ຕໍ່ສູ້ກູ້ຊາດ ໃຫ້ຫຼຸດພົ້ນຈາກການເປັນເມືອງຂຶ້ນຂອງຕ່າງຊາດ. ຈາກກອງຮ້ອຍຣາຊຊະວົງ ໄດ້ພັດທະນາມາເປັນ ກອງທັບປະຊາຊົນລາວ ທີ່ເຮັດສົງຄາມຕ້ານພວກລ່າເມືອງຂຶ້ນສະໄໝໃໝ່.

ການ­ເຄື່ອນ­ໄຫວປະ­ຕິ­ວັດ ໂດຍຫຍໍ້ແຕ່ລະໄລ­ຍະມີດັ່ງ­ນີ້:

  • ປີ 1947-1948 ເປັນນັກ­ຮົບຢູ່ກອງ ໂຄ­ສະ­ນາປະ­ກອບອາ­ວຸດພາກເໜືອ (ໄຕຕ້ຽນ);
  • ປີ 1948-1949 ເປັນພະ­ນັກ­ງານຂົນ­ຂວາຍກໍ່­ສ້າງພື້ນ­ຖານລັບ ຢູ່ສັນກາງລຽບນ້ຳມ່າ ເພື່ອສ້າງຖານທີ່ໝັ້ນເຂົ້າພາກເໜືອຂອງລາວ;
  • ປີ 1949-1952 ເປັນຫົວ­ໜ້າການ­ເມືອງກອງ­ຮ້ອຍລາດຊະວົງ;
  • ປີ 1952-1954 ເປັນຫົວ­ໜ້າການທະ­ຫານກອງ­ຮ້ອຍລາດຊະວົງ ທັງເປັນຮອງກອງ­ພັນ ປະ­ສົມລາວ-ຫວຽດ­ນາມ ຂຶ້ນປົດປ່ອຍເມືອງຮ້ຽມ, ປາກລາວ, ບ້ານແຊ້, ບ້ານຊ້ອນເປີດກວ້າງເຂດທີ່ໝັ້ນຢູ່ພາກເໜືອຂອງລາວ;
  • ປີ 1954-1955 ເປັນກຳ­ມະ­ການຢຸດຍິງຂັ້ນສູນກາງກັບຝຣັ່ງ ທີ່ຄັງໄຂ ແຂວງຊຽງຂວາງ;
  • ວັນທີ 22/03/1955 ເຊິ່ງເປັນວັນສ້າງ­ຕັ້ງພັກ ແລະ ດຳ­ເນີນກອງປະ­ຊຸມໃຫຍ່ ຄັ້ງທີ I ຂອງພັກ ສະ­ຫາຍໄດ້ຮັບການເລືອກຕັ້ງເປັນກຳ­ມະ­ການສູນກາງພັກ ປະ­ຊາ­ຊົນລາວຊຸດທຳອິດ, ໃນປີດຽວກັນນັ້ນ ຖືກເລືອກຕັ້ງເຂົ້າເປັນກຳ­ມະ­ການຄະ­ນະພັກທະ­ຫານ, ທັງຖືກແຕ່ງ­ຕັ້ງເປັນຮອງເສ­ນາທິການກອງ­ທັບປົດປ່ອຍປະ­ຊາ­ຊົນລາວ;
  • ປີ 1956-1960 ຖືກແຕ່ງ­ຕັ້ງເປັນເລ­ຂາຄະ­ນະພັກ, ເປັນຜູ້ບັນ­ຊາການທະ­ຫານເຂດເຕົ້າ­ໂຮມຊຳເໜືອ, ເປັນຜູ້ຊີ້ນຳການເລືອກຕັ້ງຜູ້ແທນລາດສະດອນຂອງຝາຍປະ­ຕິ­ວັດ ແລະ ເປັນຜູ້ບັນ­ຊາການປົດປ່ອຍແຂວງຫົວ­ພັນ ເທື່ອທີ 2;
  • ປີ 1960-1976 ຖືກແຕ່ງ­ຕັ້ງເປັນຫົວ­ໜ້າເສ­ນາທິການສູງສຸດ ກອງ­ທັບປົດປ່ອຍປະ­ຊາ­ຊົນລາວ;
  • ປີ 1972 ໃນກອງປະ­ຊຸມໃຫຍ່ ຄັ້ງທີ II ຂອງພັກ ຖືກເລືອກຕັ້ງເປັນກຳ­ມະ­ການສູນກາງພັກ ສະ­ໄໝທີ II;
  • ປີ 1976-1980 ເປັນຫົວ­ໜ້າເສ­ນາທິການສູງສຸດກອງ­ທັບປົດປ່ອຍປະ­ຊາ­ຊົນລາວ, ລັດ­ຖະ­ມົນ­ຕີປະ­ຈຳສຳ­ນັກ­ງານນາ­ຍົກ­ລັດ­ຖະ­ມົນ­ຕີ, ເລ­ຂາຄະ­ນະພັກກຳ­ແພງນະ­ຄອນ­ຫຼວງວຽງຈັນ, ລັດ­ຖະ­ມົນ­ຕີກະ­ຊວງພາຍໃນ (ກະ­ຊວງປ້ອງກັນຄວາມສະ­ຫງົບ ປັດ­ຈຸ­ບັນ);
  • ປີ 1982 ໃນກອງປະ­ຊຸມໃຫຍ່ ຄັ້ງທີ III ຂອງພັກ ຖືກເລືອກຕັ້ງເປັນກຳ­ມະ­ການສູນກາງພັກ, ເປັນເລ­ຂາ­ທິ­ການສູນກາງພັກ, ຫົວ­ໜ້າເສ­ນາທິການສູງສຸດກອງ­ທັບປົດປ່ອຍປະ­ຊາ­ຊົນລາວ, ລັດ­ຖະ­ມົນ­ຕີກະ­ຊວງປ້ອງກັນຄວາມສະ­ຫງົບ, ເລ­ຂາຄະ­ນະພັກ ກຳ­ແພງນະ­ຄອນ­ຫຼວງວຽງຈັນ;
  • ປີ 1982 ຖືກແຕ່ງ­ຕັ້ງໃຫ້ເປັນເລ­ຂາຊາວໜຸ່ມປະ­ຊາ­ຊົນປະ­ຕິ­ວັດລາວ ເພື່ອກະ­ກຽມຈັດຕັ້ງກອງປະ­ຊຸມໃຫຍ່ຊາວໜຸ່ມ ຄັ້ງທີ I;
  • ປີ 1983 ສູນກາງພັກ-ລັດ­ຖະ­ບານ ໄດ້ຕົກ­ລົງປະ­ດັບຊັ້ນພົນເອກໃຫ້ແກ່ສະ­ຫາຍ;
  • ປີ 1983-1984 ໄປຮຽນທິດສະດີການ­ເມືອງຊັ້ນສູງທີ່ຮ່າໂນ້ຍ ສສ ຫວຽດ­ນາມ;

  • ປີ 1985 ຖືກແຕ່ງ­ຕັ້ງເປັນເລ­ຂາຄະ­ນະພັກ, ປະ­ທານຄະ­ນະປົກ­ຄອງກຳ­ແພງນະ­ຄອນ­ຫຼວງວຽງຈັນ;
  • ປີ 1986 ໃນກອງປະ­ຊຸມໃຫຍ່ ຄັ້ງທີ IV ຂອງພັກຖືກເລືອກຕັ້ງເປັນກຳ­ມະ­ການສູນກາງພັກ ທັງຖືກເລືອກຕັ້ງເປັນກຳ­ມະ­ການກົມການ­ເມືອງ ແລະ ເລ­ຂາ­ທິ­ການສູນກາງພັກ, ສືບ­ຕໍ່ເປັນເລ­ຂາຄະ­ນະພັກ, ປະ­ທານຄະ­ນະປົກ­ຄອງກຳ­ແພງນະ­ຄອນວຽງຈັນ;
  • ປີ 1987-1988 ເປັນຫົວ­ໜ້າຄະ­ນະເຈລະ­ຈາຢຸດຍິງກັບປະ­ເທດໄທ;
  • ປີ 1991 ໃນກອງປະ­ຊຸມໃຫຍ່ ຄັ້ງທີ V ຂອງພັກ ຖືກເລືອກຕັ້ງເປັນກຳ­ມະ­ການສູນກາງພັກ, ຖືກແຕ່ງ­ຕັ້ງເປັນລັດ­ຖະ­ມົນ­ຕີ ກະ­ຊວງກະ­ສິ­ກຳ ແລະ ປ່າ­ໄມ້;
  • ປີ 1996 ໃນກອງປະ­ຊຸມໃຫຍ່ ຄັ້ງທີ VI ຂອງພັກຖືກເລືອກຕັ້ງເປັນກຳ­ມະ­ການສູນກາງພັກ ທັງຖືກເລືອກຕັ້ງເປັນກຳ­ມະ­ການກົມການ­ເມືອງສູນກາງພັກ;
  • ປີ 1996-1998 ຖືກເລືອກຕັ້ງເປັນຮອງປະ­ທານປະ­ເທດ;
  • ປີ 1998-2001 ຖືກເລືອກຕັ້ງເປັນນາ­ຍົກ­ລັດ­ຖະ­ມົນ­ຕີ ແຫ່ງ ສປປ ລາວ;
  • ປີ 2002, 2006 ໃນກອງປະ­ຊຸມໃຫຍ່ ຄັ້ງທີ VII, VIII ຂອງພັກ ຖືກເລືອກຕັ້ງເປັນກຳ­ມະ­ການສູນກາງພັກ, ທັງຖືກເລືອກຕັ້ງເປັນກຳ­ມະ­ການກົມການ­ເມືອງສູນກາງພັກ ແລະ ຖືກເລືອກຕັ້ງເປັນປະ­ທານສູນກາງແນວລາວສ້າງຊາດ;
  • ປີ 2011 ອີງ­ໃສ່ອາ­ຍຸກະ­ສຽນ, ສຸ­ຂະ­ພາບ ແລະ ຄວາມມຸ່ງມາດປາດຖະໜາຂອງສະ­ຫາຍເອງ, ສະ­ຫາຍຈຶ່ງໄດ້ຮັບການເຫັນດີໃຫ້ພັກ­ຜ່ອນ ຕາມນະ­ໂຍ­ບາຍຂອງພັກ ແລະ ລັດ ພາຍ­ຫຼັງໄດ້ຮັບນະ­ໂຍ­ບາຍໃຫ້ພັກການ ສະ­ຫາຍ ພົນເອກ ສີສະ­ຫວາດ ແກ້ວບຸນພັນ ຍັງໄດ້ປະ­ກອບ­ສ່ວນລົງຊີ້ນຳ, ຕິດ­ຕາມ, ຊຸກ­ຍູ້ການປະ­ຕິ­ບັດວຽກງານຢູ່ ບັນ­ດາຂະ­ແໜງ­ການ ແລະ ທ້ອງຖິນຕາມເງື່ອນ ແລະ ສຸ­ຂະ­ພາບຕົວຈິງ.

ສະ­ຫາຍ ພົນເອກ ສີສະ­ຫວາດ ແກ້ວບຸນພັນ ແມ່ນຜູ້­ນຳອາ­ວຸ­ໂສສຳ­ຄັນຮຸ່ນທຳອິດຂອງພັກ, ລັດເຮົາທີ່ໄດ້ເອົາຊີ­ວິດຂອງຕົນຕິດພັນກັບການຕໍ່­ສູ້ກູ້ຊາດ ຕ້ານຈັດກະພັດລ່າເມືອງຂຶ້ນທັງເກົ່າ ແລະ ໃໝ່ຂອງປະ­ຊາ­ຊົນລາວບັນ­ດາ­ເຜົ່າ ຕະຫຼວດໄລ­ຍະ 30 ກວ່າປີ. ສະ­ຫາຍແມ່ນນັກ­ຮົບປະ­ຕິ­ວັດຜູ້ກ້າ­ແກ່ນ, ມີນ້ຳ­ໃຈເສຍ­ສະ­ຫຼະອັນສູງສົ່ງ, ເປັນໜຶ່ງໃນບັນ­ດານາຍທະ­ຫານນຳ­ພາ-ບັນ­ຊາທີ່ດີ­ເດັ່ນ ເປັນທີ່ເຄົາ­ລົບຮັກຂອງຂອງກຳ­ລັງປະ­ກອບອາ­ວຸດ ແລະ ປະ­ຊາ­ຊົນລາວບັນ­ດາ­ເຜົ່າ, ແມ່ນພະ­ນັກ­ງານການນຳທີ່ມີແບບ­ແຜນນຳ­ພາທີ່ດີ, ມີຄວາມສາ­ມັກ­ຄີເປັນເອ­ກະພາບພາຍໃນພັກ ແລະ ຢຶດໝັ້ນໃນອຸ­ດົມການປະ­ຕິ­ວັດອັນສູງສົ່ງ ໃນພາ­ລະ­ກິດປະ­ຕິ­ວັດປົດປອຍຊາດ, ປົກປັກຮັກ­ສາ ແລະ ສ້າງ­ສາລະ­ບອບໃໝ່.

ດ້ວຍຜົນ­ງານ ແລະ ຄຸນ­ງາມ­ຄວາມ­ດີທີ່ສະ­ແດງອອກເຖິງຄຸນ­ສົມ­ບັດສິນທຳປະ­ຕິ­ວັດອັນຜ່ອງໃສ ແລະ ຄວາມຮັກ­ແພງເຊື້ອຊາດ ສະ­ຫາຍໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຄົາ­ລົບຮັກຈາກສະ­ມາ­ຊິກພັກ, ພະ­ນັກ­ງານ, ນັກ­ຮົບ ແລະ ປະ­ຊາ­ຊົນລາວບັນ­ດາ­ເຜົ່າ ກໍ່ຄືປະ­ເທດເພື່ອນມິດຢ່າງກວ້າງ­ຂວາງ, ເພື່ອເປັນການສັນ­ລະ­ເສີນກຽດຕິຄຸນຂອງສະ­ຫາຍ, ພັກ ແລະ ລັດເຮົາ ໄດ້ມອບຫຼຽນໄຊຂັ້ນສູງປະ­ເພດຕ່າງໆໃຫ້ແກ່ສະ­ຫາຍ ໃນນັ້ນມີ:

  • ຫຼຽນຄຳແຫ່ງຊາດ ສປປ ລາວ 1 ໜ່ວຍ
  • ຫຼຽນຄຳແຫ່ງຊາດ ສສ ຫວຽດ­ນາມ 1 ໜ່ວຍ
  • ຫຼຽນໄຊອິດ­ສະ­ຫຼະ ຊັ້ນ I 4 ໜ່ວຍ
  • ຫຼຽນໄຊອິດ­ສະ­ຫຼະ ຊັ້ນ II 2 ໜ່ວຍ

ນອກ­ຈາກນັ້ນຍັງໄດ້ຮັບຫຼຽນໄຊ, ຫຼຽນກາ, ຫຼຽນລະ­ນຶກ ແລະ ຫຼຽນມິດ­ຕະ­ພາບ ທີ່ສຳ­ຄັນເປັນຈຳ­ນວນຫຼວງ­ຫຼາຍ ຈາກພາຍໃນ ແລະ ຕ່າງ­ປະ­ເທດ.

ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ມີລູກທັງໝົດ 11 ຄົນ ແລະ ຫຼານເຫຼນອີກ 11 ຄົນ.

Leave a Reply

Your email address will not be published. Required fields are marked *