ພັທ ຄຳເພັດ ດາລາວົງ ຫົວໜ້າພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ນວ ໃຫ້ສຳພາດຕໍ່ນັກຂ່າວ ປກສ ນວ ໃນວັນທີ 11 ພຶດສະພາ 2020 ວ່າ: ເນື່ອງຈາກສະພາບອາກາດປັດຈຸບັນ ມີຄວາມຮ້ອນອົບເອົ້າຫຼາຍ ເຮັດໃຫ້ອັກຄີເກີດຂຶ້ນໄດ້ງ່າຍ ຈິ່ງຂໍຮຽກຮ້ອງມາຍັງພໍ່-ແມ່ປະຊາຊົນທຸກຊັ້ນຄົນ ຈົ່ງມີສະຕິໃນການຊົມໃຊ້ພືນໄຟ ໂດຍຕ້ອງເອົາໃຈໃສ່ປະຕິບັດ 4 ຢ່າງ ເພື່ອສະກັດກັ້ນ ແລະ ຕ້ານການເກີດອັກຄີໄພ ທັງນີ້ກໍເພື່ອເປັນການຮັກສາວັດຖຸຊັບສິນມີຄ່າຂອງຕົນເອງ ແລະ ສັງຄົມ.

ແຈ້ງເຫດສຸກເສີນໂທ 1190 ຫຼື 021 212707
ໃນ 4 ຢ່າງທີ່ຕ້ອງເອົາໃຈໃສ່ປະຕິບັດນັ້ນຄື:
- ຕ້ອງມີສະຕິລະວັງຕົວໃນການໃຊ້ພືນໄຟໃຫ້ຖືກຕ້ອງ, ຄຸ້ມຄອງໃຫ້ຖືກຫຼັກການ ເພື່ອຫຼີກລ່ຽງໄພອັນຕະລາຍຈາກອັກຄີໄພທີ່ອາດຈະເກີດຂຶ້ນ ໂດຍສະເພາະແມ່ນປະເພດໄຟຟ້າ, ຖ້າອຸປະກອນໄຟຟ້າເກົ່າແກ່ຊຸດໂຊມ, ເຊື່ອມຄຸນນະພາບຕ້ອງປ່ຽນຖ່າຍ, ຖ້າຢຸດນໍາໃຊ້ກະແສໄຟຟ້າ ໃຫ້ປິດສະວິກໄຟ, ຖອດປັກສຽບ ຫຼື ງັບແບຼກເກີລົງທຸກຄັ້ງ ໂດຍສະເພາະແມ່ນເຄື່ອງໃຊ້ໄຟຟ້າ ທີ່ຄວບຄຸມດ້ວຍລີໂມດຄອນໂທນ.

- ການໄຕ້ທູບທຽນບູຊາພະ ກໍ່ພາໃຫ້ເກີດອັກຄີໄພ. ດັ່ງນັ້ນ, ບໍ່ຄວນຕັ້ງຮ້ານພະໃນຫ້ອງນອນ ຄວນຕັ້ງສານພະພູມຢູ່ນອກເຮືອນ ຫຼື ບ່ອນທີ່ເໝາະສົມ ເພື່ອຫຼີກລ່ຽງການລືມມອດທູບທຽນບູຊາ.
- ບັນດາສໍານັກງານ-ອົງການ, ຫ້າງຮ້ານ, ບໍລິສັດ, ໂຮງຈັກໂຮງງານ, ຕະຫຼອດຮອດຕະຫຼາດຄຸ້ມບ້ານເຮືອນຊານຂອງປະຊາຊົນ ຄວນມີອຸປະກອນມອດໄຟເຊັ່ນ: ບັ້ງມອດໄຟ, ຖ້າມີເຫດການໄຟໄໝ້ເກີດຂຶ້ນ ແມ່ນສາມາດນຳບັ້ງມອດໄຟ ດັບມອດໄຟໃນເບື້ອງຕົ້ນໄດ້ທັນເຫດການ.

- ການຈູດຂີ້ເຫຍື້ອ ຫຼື ຈູດປ່າຫຍ້າ, ຈູດສວນ ໃຫ້ມີການກວດກາຄຸ້ມຄອງປ້ອງກັນ ບໍ່ໃຫ້ໄຟໄໝ້ລຸກລາມເປັນວົງກວ້າງ ໄປໄໝ້ຊັບສິນຂອງຄົນອື່ນ ແລະ ສ້າງຄວາມເສຍຫາຍໃຫ້ແກ່ສັງຄົມ.
ໃນໄລຍະຜ່ານມາ ເຈົ້າໜ້າທີ່ໄດ້ເອົາໃຈໃສ່ກຽມພາຫະນະ ແລະ ກໍາລັງປະຈໍາການຄອຍເຫດຕະຫຼອດ 24 ຊົ່ວໂມງ ແລະ ລົງໂຄສະນາ, ຝຶກອົບຮົມຄວາມຮູ້ພື້ນຖານໄລຍະສັ້ນ; ພ້ອມທັງສາທິດມອດໄຟຕົວຈິງ ໃຫ້ປະຊາຊົນມີສະຕິ ແລະ ສາມາດດັບມອດໄຟໄດ້ເປັນຕົ້ນແມ່ນ: ເດືອນເມສາຜ່ານມາ ມີອັກຄີໄພເກີດຂຶ້ນທັງໝົດ 7 ເລື່ອງ, ມູນຄ່າຜົນເສຍຫາຍ 265 ລ້ານກີບ; ໃນນີ້, ມີໄໝ້ເຮືອນ 3 ຄັ້ງ, ໄໝ້ລົດ 1 ຄັ້ງ ແລະ ໄໝ້ປ່າຫຍ້າ 3 ຄັ້ງ, ສາເຫດທີ່ພາໃຫ້ເກີດໄໝ້ແມ່ນ ເກີດຈາກໄຟຟ້າຊອ໊ດ, ໄຕ້ທູບທຽນບູຊາ ແລະ ຈູດປ່າຊະຊາຍ.

ສຳລັບທິດທາງໃນຕໍ່ໜ້າ ທ່ານ ຫົວໜ້າພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ນວ ໃຫ້ຮູ້ອີກວ່າ: ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ນວ ຈະສືບຕໍ່ຫັນເອົາກຳລັງລົງສູ່ພື້ນຖານເພື່ອກວດກາ, ໂຄສະນາຄວາມປອດໄພທາງດ້ານອັກຄີໄພ ຕາມບັນດາສຳນັກງານ, ໂຮງຈັກໂຮງງານ, ໂຮງແຮມ ຕະຫຼອດຮອດຄຸ້ມບ້ານ ເພື່ອເຮັດໃຫ້ເຂົາເຈົ້າ ມີສະຕິຕໍ່ວຽກງານປ້ອງກັນອັກຄີໄພ;

ພ້ອມທັງຝຶກອົບຮົມຄວາມຮູ້ພື້ນຖານກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ, ທັງສາທິດການມອດໄຟຕົວຈິງໃຫ້ບັນດາພື້ນຖານທີ່ມີຄວາມຈໍາເປັນ; ສືບຕໍ່ປະສານສົມທົບກັບພາກທີ່ກ່ຽວຂ້ອງເຊັ່ນ: ບັນດາສະຖານີມອດໄຟແຕ່ລະເມືອງ, ໄຟຟ້າ, ນໍ້າປະປາ, ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ກະຊວງປ້ອງກັນຄວາມສະຫງົບ ແລະ ໜ່ວຍກູ້ໄພທຸກພາກສ່ວນ ເພື່ອພ້ອມກັນກຽມຄວາມພ້ອມຮັບສະພາບການທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ ແລະ ກຽມພ້ອມພາຫະນະຮັບໃຊ້ ແລະ ກຳລັງ ພັດປ່ຽນກັນປະຈຳການຄອຍເຫດຕະຫຼອດ 24 ຊົ່ວໂມງ,
ຖ້າມີເຫດອັກຄີໄພເກີດຂຶ້ນໃຫ້ສະກັດກັ້ນ ແລະ ດັບມອດໄດ້ທັນກັບເຫດການ ເພື່ອຫຼຸດຜ່ອນຜົນເສຍຫາຍໃຫ້ໜ້ອຍທີ່ສຸດ.