ຂ່າວເສົ້າສະຫຼົດໃຈ! ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດນາຍົກລັດຖະມົນຕີ ເຖິງແກ່ມໍລະນະກຳແລ້ວ
ສະແດງຄວາມອາໄລຮັກຢ່າງສຸດຊຶ້ງ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ (01 ພຶດສະພາ 1928 – 12 ພຶດສະພາ 2020), ນັກຮົບປະຕິວັດລຸ້ນອາວຸໂສ ອະດີດນາຍົກລັດຖະມົນຕີແຫ່ງ ສປປລາວ ແລະ ອະດີດປະທານສູນກາງແນວລາວສ້າງຊາດ.” ໄດ້ແມ່ມໍລະນະກຳແລ້ວ ໃນວັນທີ 12 ພຶດສະພາ 2020

ປະຫວັດໂດຍຫຍໍ້:
ທ່ານ ສີສະຫວາດ ແກ້ວບຸນພັນ ເກີດເມື່ອວັນທີ 01 ພຶດສະພາ 1928 ທີ່ບ້ານຫ້ວຍກະລືນ, ເມືອງຊຳເໜືອ, ແຂວງຫົວພັນ.
- ປີ 1975-1991: ເປັນລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ເປັນລັດຖະມົນຕີກະຊວງພາຍໃນ, ເປັນປະທານປົກຄອງນະຄອນຫຼວງວຽງຈັນ.
- ປີ 1991-1996: ເປັນລັດຖະມົນຕີກະຊວງກະສິກໍາປ່າໄມ້.
- ປີ 1996-1998: ເປັນຮອງປະທານປະເທດ ແຫ່ງ ສປປ ລາວ.
- ປີ 1998-2001 ເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
- ປີ 2001-2011: ເປັນປະທານສູນກາງແນວລາວສ້າງຊາດ.
- ປີ 2011: ອອກພັກຜ່ອນຮັບເບ້ຍບໍານານ.
