ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ອອກແຈ້ງການໃນເມື່ອບໍ່ດົນມານີ້ ເຖິງຫົວໜ້າຫ້ອງການ, ກົມ ແລະ ສະຖາບັນອ້ອມຂ້າງກະຊວງກະສິກໍາ ແລະ ປ່າໄມ້, ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງຕ່າງໆ ໃນຂອບເຂດທົ່ວປະເທດ ກ່ຽວກັບການຈັດພິທີເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ.

ແຈ້ງການໄດ້ລະບຸ ໃຫ້ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າປຶກສາຫາລືຈັດງານວາງສະແດງເບ້ຍໄມ້ ແລະ ຕົ້ນໄມ້ຢູ່ສະຖານທີ່ ທີ່ເຫັນວ່າມີຄວາມເໝາະສົມ, ກະທັດຮັດແຕ່ມີເນື້ອໃນທັງປະຢັດງົບປະມານ. ສໍາລັບການຈັດພິທີເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ແມ່ນໃຫ້ຈັດແບບກະທັດຮັດ ແຕ່ຮັບປະກັນ ເນື້ອໃນ ແລະ ບໍ່ໃຫ້ຈັດພິທີໃຫຍ່ ຄືທຸກໆປີທີ່ຜ່ານມາ ເນື່ອງຈາກມີຄວາມສ່ຽງໃນການຕິດພະຍາດໂຄວິດ-19 ໂດຍອາດຈະຈັດໃນລະຫວ່າງທ້າຍເດືອນພຶດສະພາ ຫາຕົ້ນເດືອນມິຖຸນາ ນີ້.

ແຈ້ງການໄດ້ລະບຸໄວ້ຕື່ມວ່າ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດວຽກງານປູກຕົ້ນໄມ້ໃນແຕ່ລະປີໃຫ້ບັນລຸຕາມແຜນການ ພ້ອມທັງ ເປັນການສ້າງຂະບວນການໃນຂອບເຂດທົ່ວປະເທດເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ 2020 ໂດຍແນໃສ່ການໂຄສະນາ ແລະ ປູກຈິດສໍານຶກໃຫ້ແກ່ເຍົາວະຊົນໃຫ້ຮູ້ຄວາມສໍາຄັນຂອງປ່າໄມ້ທີ່ຕິດພັນກັບການດໍາລົງຊີວິດຂອງປະຊາຊົນ ບັນດາເຜົ່າ ທີ່ພົວພັນເຖິງການປ່ຽນແປງຂອງດິນຟ້າອາກາດ ຈຶ່ງແຈ້ງໃຫ້ກົມປ່າໄມ້ ເປັນເຈົ້າການ ປະສານສົມທົບກັບພະແນກກະສິກໍາ ແລະ ປ່າໄມ້ນະຄອນຫຼວງວຽງຈັນ, ບັນດາແຂວງ, ບັນດາເມືອງ, ນັກທຸລະກິດ, ຜູ້ປະກອບການ ເອົາໃຈໃສ່ ແລະ ເຂົ້າຮ່ວມໃນວັນປູກຕົ້ນໄມ້ແຫ່ງຊາດ.
ຂ່າວ: ວຽງຈັນທາຍ
ພາບ: ພູນຊັບ