ຂປລ. ຕາມຂ່າວສານ ຫວຽດນາມ, ວັນທີ 11 ເດືອນພືດສະພາ, ລາຄານ້ຳມັນ ໃນຕະຫລາດ ອາຊີ ຫລຸດລົງເກືອບ 1 ໂດລາ ສະຫະລັດ ເນື່ອງຈາກ ມີຄວາມກັງວົນ ກ່ຽວກັບ ພະຍາດ ໂຄວິດ-19 ຍັງແກ່ຍາວ ສົ່ງຜົນໃຫ້ ສະພາບ ເສດຖະກິດ ຊຸດໂຊມ ແລະ ຂໍ້ຕົກລົງ ການຫລຸດຜ່ອນ ປະລິມານ ນ້ຳມັນ ຂອງ ບັນດາ ປະເທດ ຜູ້ສົ່ງອອກ ນ້ຳມັນແຖວໜ້າ ຂອງໂລກ ບໍ່ໄດ້ຮັບ ປະສິດຜົນ ເທົ່າທີ່ຄວນ.

ໂດຍສະເພາະ ລາຄາ ນ້ຳມັນເບຣນ ທະເລເໜືອ ຫລຸດລົງ 73 ເຊນ ສະຫະລັດ ເຫລືອ 30,24 ໂດລາ ສະຫະລັດຕໍ່ຖັງ. ສ່ວນລາຄາ ນ້ຳມັນດິບ ປະເພດເບົາ ອາເມລິກາ (WTI) ຫລຸດ 81 ເຊນ ສະຫະລັດ (3,3%) ເຫລືອ 23,93 ໂດລາ ສະຫະລັດ ຕໍ່ຖັງ.

ເຖິງຢ່າງໃດກໍຕາມ, ຄວາມສ່ຽງ ໃນການແຜ່ລະບາດ ພະຍາດ ໂຄວິດ-19 ຄັ້ງທີ 2 ຢູ່ ສປ. ຈີນ ແລະ ສ.ເກົາຫລີ ສ້າງຄວາມ ກັງວົນ ໃຫ້ແກ່ ບັນດາ ນັກລົງທຶນ ລວມໄປເຖິງ ປະເທດຕ່າງໆ ພວມຫລຸດຜ່ອນ ການຈຳກັດຕ່າງໆ, ເປັນການ ເຄື່ອນໄຫວ ສະໜັບ ສະໜູນ ຄວາມຕ້ອງການ ນ້ຳມັນ.