ເຈົ້າໜ້າທີ່ກວດກາການຄ້າ ຫ້ອງການອຸດສາຫະກໍາ ແລະ ການຄ້າ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ສົມທົບກັບກໍາລັງທະຫານຊາຍແດນ ໄດ້ອອກຕະເວນກວດກາລຽບຕາມຊາຍແດນແມ່ນໍ້າຂອງໃນບໍ່ດົນມານີ້ ພົບການລັກລອບນໍາເຂົ້າຊີ້ນໝູ ຈາກປະເທດເພື່ອນບ້ານ.

ອີງຕາມການລາຍງານຈາກເຈົ້າໜ້າທີ່ໃຫ້ຮູ້ວ່າ  ໄດ້ພົບເຫັນເຮືອຫາງຍາວ ຈໍານວນ 1 ລໍາ ທີ່ຈອດຢູ່ ແຄມແມ່ນໍ້າຂອງເບື້ອງຝັ່ງລາວ ໂດຍບໍ່ມີຄົນ ຂັບ ແລະ ຜູ້ໂດຍສານ, ຫຼັງເຂົ້າ ກວດຄົ້ນພົບສິນຄ້າປະເພດຊີ້ນໝູທີ່ໄດ້ແຍກສ່ວນ ຫຼື ຄົວແລ້ວ ບັນຈຸໄວ້ຢູ່ໃນກະສອບ, ລວມມີນໍ້າໜັກ 2.536 ກິໂລກຣາມ, ຊຶ່ງຄາດວ່າໄດ້ລັກລອບນໍາເຂົ້າມາຈາກປະເທດເພື່ອນບ້ານ, ມີມູນຄ່າ ເກືອບ 40 ລ້ານກີບ, ນອກນັ້ນຍັງພົບລົດໂຕໂຍຕາວີໂກສີດໍາຈໍານວນ 1 ຄັນ ຈອດຢູ່ແຄມຝັ່ງແມ່ນໍ້າຂອງ, ສ່ວນຜູ້ກະທໍາຜິດສາມາດຫຼົບໜີໄປໄດ້ ທາງເຈົ້າໜ້າທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງກໍາລັງເລັ່ງຕິດຕິດຕາມຕົວເພື່ອມາດໍາ ເນີນຄະດີຕາມກົດໝາຍ.

ພົບການລັກລອບນໍາເຂົ້າຊີ້ນໝູຜິດກົດໝາຍຢູ່ ແຂວງສະຫວັນນະເຂດ

ທ່ານ ຄໍາສີ ເພັດ ໄຊຍະວົງ ຫົວໜ້າຫ້ອງການ ອຸດສາຫະກໍາ ແລະ ການຄ້າ ນະຄອນໄກສອນ ພົມວິຫານ ໄດ້ລາຍງານ ຜົນຂອງການຈັດຕັ້ງປະຕິບັດ ຢຶດຊີ້ນໝູທີ່ນໍາເຂົ້າຜິດກົດໝາຍ ໃນຄັ້ງນີ້ວ່າ: ການອອກລາດຕະເວນຂອງເຈົ້າໜ້າທີ່ກວດກາການຄ້າ ຫ້ອງການອຸດສາຫະກໍາ ແລະ ການຄ້າ ແລະ ກໍາລັງທະຫານຊາຍແດນ ລຽບຕາມແມ່ນໍ້າຂອງໄດ້ພົບເຫັນເຮືອຫາງຍາວທີ່ຂົນຊີ້ນ ໝູບັນຈຸໄວ້ໃນກະສອບລວມ 97 ກະສອບໃນເວລາກາງຄືນ, ສ່ວນຊີ້ນໝູ ດັ່ງກ່າວໄດ້ມີການທໍາລາຍເປັນທີ່ຮຽບຮ້ອຍແລ້ວ ເພື່ອປ້ອງກັນເຊື້ອພະຍາດທີ່ອາດຈະຕິດມາກັບຊີ້ນໝູ.

ຂ່າວ: ວຽງຈັນທາຍ (ແຫຼ່ງຂ່າວ ໜັງສືພິມສະຫວັນພັດທະນາ)

ພາບ: ໜັງສືພິມສະຫວັນພັດທະນາ

Leave a Reply

Your email address will not be published. Required fields are marked *