ກາຍເປັນບັນຫາທີ່ ປະຊາຊົນ ທົ່ວປະເທດ ຈົ່ມກັນທຸກມື້ຕອນນີ້ ຄົງ ບໍ່ພົ້ນຈາກບັນຫາ ຄ່າໄຟຟ້າ ແລະ ຄ່ານໍ້າປະປາ ທີ່ເຫັນວ່າ ແພງແທ້ໆ. ໂດຍສະເພາະ ແມ່ນຄ່າໄຟຟ້າ ທີ່ຈະຍົກເອົາມາເວົ້າກັນມື້ນີ້. ເຖິງແມ່ນວ່າ ທາງ ລັດວິສາຫະກິດໄຟຟ້າລາວ ຫາກໍ່ປະກາດ ວິທີການ ຄິດໄລ່ ຄ່າໄຟຟ້າແບບໃໝ່ ສໍາລັບຄົວເຮືອນ ຈາກແບບ 6 ຂັ້ນໄດ້ ມາເປັນ 2 ຂັ້ນໄດ (ແຕ່ບໍ່ແມ່ນ 2 ຂັ້ນໄດ້ ແຕ່ແມ່ນ 2 ປະເພດ ໃນການຄິດໄລ່ຕົວຈິງ). ແຈ້ງການ ວັນທີ 11ເມສາ 2020

ໃນເບື້ອງຕົ້ນ, ເມື່ອເຫັນແຈ້ງການ ວິທີການຄິດໄລ່ ຄ່າໄຟຟ້າແບບໃໝ່ ຫຼາຍຄົນກໍ່ດີ ໃຈ ເພາະເຫັນວ່າ ມີນະໂຍບາຍ ສໍາລັບຜູ່ທີ່ໃຊ້ໄຟຟ້າ ໜ້ອຍກວ່າ 150 ກິໂລວັດໂມງ ຈະໄດ້ເສຍຄ່າໄຟຟ້າຖືກ, ແລະ ນັ້ນກໍ່ແມ່ນຄວາມຈິງ ເພາະຫາກຄອບຄົວໃດ ຫາກໃຊ້ໄຟຟ້າ ຫຼຸດ 150 ກິໂລວັດໂມງ ຕໍ່ເດືອນ ລົງມາ ກໍ່ຈະຄູນ ໃຫ້ 355. ພ້ອມນີ້ ກໍ່ມີກະຕິກາໃໝ່ ອອກມາ ໂດຍທີ່ ເຮືອນ 1 ຫຼັງ ອານຸຍາດ ໃຫ້ມີກົງເຕີ ພຽງອັນດຽວ. ເພື່ອປ້ອງກັນ ການກະຈ່າຍ ການນັບໄຟຟ້າ ກໍລະນີ ເຮືອນທີ່ມີຫຼາຍກົງເຕີ.

ສ່ວນວິທີການ ຄິດໄລ່ນັ້ນ, ແມ່ນ ໃຫ້ເຂົ້າໃຈງ່າຍໆເລີຍວ່າ
- ຫາກທ່ານໃຊ້ໄຟຟ້າໜ້ອຍກວ່າ 150 ກິໂລວັດໂມງ ແມ່ນຄູນກັບ 355 ແລະ ບວກກັບພາສີຊົມໃຊ້ ແລະ ຄ່າບໍາລຸງຮັກສາໝໍ້ນັບໄຟ
- ຫາກທ່ານໃຊ້ໄຟຟ້າຫຼາຍກວ່າ 150 ກິໂລວັດໂມງ ແມ່ນຄູນກັບ 710 ແລະ ບວກກັບພາສີຊົມໃຊ້ ແລະ ຄ່າບໍາລຸງຮັກສາໝໍ້ນັບໄຟ


ເພື່ອຄວາມໝັ້ນໃຈ! ທີມງານເລີຍເອົາບິນຕົວຈິງມາສົມທຽບຈິ່ງເຫັນວ່າ ຜູ່ທີ່ໃຊໄຟຟ້າ ແຕ່ 151 – 460 ຈະບໍ່ໄດ້ຮັບຜົນປະໂຫຍດ ຈາກວິທີການໄລ່ຄ່າໄຟຟ້າແບບໃໝ່ ແລະ ທັງຈະເສຍຄ່າໄຟຟ້າແພງກ່ວາເກົ່າ.
ຜູ່ທີ່ໄດ້ຮັບຜົນປະໂຫຍດ ຈະມີແຕ່ຜູ່ໃຊ້ໄຟຟ້າ
- ເທົ່າກັບ ຫຼື ໜ້ອຍກວ່າ 150 ກິໂລວັດໂມງລົງມາ ຫຼື
- ໃຊ້ຫຼາຍກວ່າ 460 ກິໂລວັດໂມງຂຶ້ນໄປ
ເບິ່ງຕົວຢ່ງາການສົມທຽບ ດ້ານລຸ່ມ!
ກໍລະນີ ໃຊ້ໄຟຟ້າ ເທົ່າກັບ ຫຼື ໜ້ອຍກວ່າ 150 ກິໂລວັດໂມງ

ກໍລະນີ ໃຊ້ໄຟຟ້າ ໃຊ້ກາຍ 150 ກິໂລວັດໂມງ, ຕົວຢ່າງ 200 ກິໂລວັດໂມງ

ກໍລະນີ ໃຊ້ໄຟຟ້າ ໃຊ້ກາຍ 150 ກິໂລວັດໂມງ, ຕົວຢ່າງ 300 ກິໂລວັດໂມງ

ກໍລະນີ ໃຊ້ໄຟຟ້າ ໃຊ້ກາຍ 150 ກິໂລວັດໂມງ, ຕົວຢ່າງ 350 ກິໂລວັດໂມງ

ກໍລະນີ ໃຊ້ໄຟຟ້າ ໃຊ້ກາຍ 150 ກິໂລວັດໂມງ, ຕົວຢ່າງ 400 ກິໂລວັດໂມງ

ກໍລະນີ ໃຊ້ໄຟຟ້າ ໃຊ້ກາຍ 150 ກິໂລວັດໂມງ, ຕົວຢ່າງ 450 ກິໂລວັດໂມງ

ກໍລະນີ ໃຊ້ໄຟຟ້າ ໃຊ້ກາຍ 150 ກິໂລວັດໂມງ, ຕົວຢ່າງ 465 ກິໂລວັດໂມງ

ກໍລະນີ ໃຊ້ໄຟຟ້າ ໃຊ້ກາຍ 150 ກິໂລວັດໂມງ, ຕົວຢ່າງ 465 ກິໂລວັດໂມງ

ກໍລະນີ ໃຊ້ໄຟຟ້າ ໃຊ້ກາຍ 150 ກິໂລວັດໂມງ, ຕົວຢ່າງ 700 ກິໂລວັດໂມງ

ກໍລະນີ ໃຊ້ໄຟຟ້າ ໃຊ້ກາຍ 150 ກິໂລວັດໂມງ, ຕົວຢ່າງ 800 ກິໂລວັດໂມງ

ກໍລະນີ ໃຊ້ໄຟຟ້າ ໃຊ້ກາຍ 150 ກິໂລວັດໂມງ, ຕົວຢ່າງ 1000 ກິໂລວັດໂມງ

ກໍລະນີ ໃຊ້ໄຟຟ້າ ໃຊ້ກາຍ 150 ກິໂລວັດໂມງ, ຕົວຢ່າງ 1500 ກິໂລວັດໂມງ

ກໍລະນີ ໃຊ້ໄຟຟ້າ ໃຊ້ກາຍ 150 ກິໂລວັດໂມງ, ຕົວຢ່າງ 2000 ກິໂລວັດໂມງ

ຈາກຂໍ້ມູນການຄິດໄລ່ ເພື່ອໃຫ້ ຜູ່ໃຊ້ໄຟຟ້າ ແຕ່ 151-460 ກິໂລວັດໂມງ ໄດ້ຮັບຜົນປະໂຫຍດ ຈາກນະໂຍບາຍ ລຸດຄ່າໄຟຟ້າ ຄວນກໍານົດ ການຄິດໄລ່ ເປັນ 3 ລະດັບຄື
- 150 ກິໂລວັດໂມງລົງມາ ຕົວຄູນ 355 ກີບ
- 151-450 ກິໂລວັດໂມງ ຕົວຄູນ ລະຫວ່າງ 450-600
- 451 ຂຶ້ນໄປ ຕົວຄູນ 710
ຖ້າເຮັດແບບນີ້ ທຸກຄົນກໍ່ຈະໄດ້ຜົນປະໂຫຍດ ແລະ ໄດ້ຄ່າໄຟຟ້າ ທີ່ຖືກ ສະເໝີພາບກັນ