ລາຍງານຈາກ worldmeters.info ໃຫ້ຮູ້ ເວລາປະມານ 22:00 ວັນທີ 11 ພຶດສະພາ 2020 ວ່າ, ຕົວເລກ ຂອງຜູ່ຕິດເຊື້ອ ທົ່ວໂລກ ແມ່ນ ກາຍ 4.2 ລ້ານຄົນແລ້ວ, ຜູ່ເສຍຊີວິດ ແມ່ນ 284,792 ຄົນ, ແລະ ປົວດີ 1,507,142 ຄົນ.

ຈາກຕົວເລກ ຫຼ້າສຸດ ມີ ຢູ່ 10 ປະເທດ ທີ່ຕອນນີ້ ມີຍອດຜູ່ຕິດເຊື້ອ ກາຍ ແສນຄົນ ປະກອບມີ. ອາເມຣິກາ 1,370,436 ຄົນ, ສະເປນ 268,143 ຄົນ, ອັງກິດ 223,060 ຄົນ, ຣັດເຊຍ 221,344 ຄົນ, ອິຕາລີ 219,070 ຄົນ, ຝຣັ່ງ 176,970 ຄົນ, ເຢຍລະມັນ 171,999 ຄົນ, ເບຣຊິນ 163,510 ຄົນ, ຕວັກກີ 138,657 ຄົນ ແລະ ອີຣານ 109,286 ຄົນ

ໃນຈໍານວນ 10 ປະເທດ ນີ້ ມີຜູ່ຕິດເຊື້ອກວມເອົາ 72.59%, ຜູ່ເສຍຊີວິດ ກວມເອົາ 80.01% ຂອງຜູ່ຕິດເຊື້ອ ທົ່ວໂລກ. ທີ່ໜ້າຈັບຕາ ແມ່ນ ຣັດເຊຍ ທີ່ຕອນນີ້ ຂຶ້ນມາເປັນ ອັນດັບທີ 4 ທີ່ມີຜູ່ຕິດເຊື້ອຫຼາຍທີ່ສຸດຕອນນີ້.

ສ່ວນ ສປປລາວ ແມ່ນຍັງຄົງປອດໄພຈາກການເພີ່ມຂຶ້ນຂອງຜູ່ຕິດເຊື້ອ ເປັນວັນທີ 29 ແລ້ວ. ຍອດສະສົມ 19 ຄົນ, ປົວດີ 13 ແລະ ກໍາລັງປິ່ນປົວ 6 ຄົນ.

Leave a Reply

Your email address will not be published. Required fields are marked *