ໃນວັນທີ 11 ພຶດສະພາ 2020 ເວລາ 11:47 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີເຫດຄົນແຂວນຄໍຕາຍ (ເສຍຊີວິດ) ພາຍໃນບ້ານ ຢູ່ບ້ານ ໂພນຕ້ອງສະຫວາດ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ
ທີມກູ້ຊີບກູ້ໄພນະຄອນຫຼວງ (ສູນສັ່ງການ)
ຈຶ່ງໄດ້ອອກກວດສອບເຫດພົບຜູ້ເສຍຊີວິດ 01 ຄົນ ເປັນເພດຊາຍ ອາຍຸ 25 ຢູ່ບ້ານໂພນຕ້ອງສະຫວາດ ເຊີ່ງຜູ້ກ່ຽວໄດ້ແຂວນຄໍ (ພາຍໃນບ້ານຂອງຫມູ່) ຜູ້ເສຍຊີວິດ ເປັນຄົນແຂວງສະຫວັນນາເຂດ ບ້ານ ນາສະໂນ

ດັ່ງນັ້ນຫນ່ວຍກູ້ໄພນະຄອນຫຼວງຈື່ງປະສານງານຫາເຈົ້າຫນ້າທີ່ກ່ຽວຂ້ອງ ແລະ ຍາດຕິພີ່ນ້ອງຂອງຜູ້ເສຍຊີວິດມາຮັບເອົາສົບແລະມ້ຽນຄາບສົບແລ້ວນຳຜູ້ເສຍຊີວິດໄປຝາກທີ່

ໂຮງເຢັນທີ່ໂຮງຫມໍມະໂຫສົດ ເພື່ອລໍຖ້າພີ່ນ້ອງມາຮັບເອົາສົບໄປປະກອບຕາມພີທີທາງສາດສະຫນາ.
ອຸປະຕິເຫດສຸກເສີນໂທ : 1624
ຖ້າທ່ານໃດຕ້ອງຢາກເປັນສ່ວນໜື່ງໃນການຊ່ວຍເຫຼືອໜ່ວຍງານພວກເຮົາໃນການບໍລິຈາກ
- ອຸປະຖຳຕ່າງໆເຊັ່ນ : ເຂົ້າສານ,ອາຫານການກີນ
- ອຸປະກອນການແພດຕ່າງໆ
ສາມາດເຂົ້າມາໄດ້ພົວພັນທີ່: ສູນສັງການ ບ້ານໂພນພະເນົາເມືອງໄຊເສດຖາ ນະຄອນຫຼວງວຽງຈັນ