ໃນກອງປະຊຸມເຜີຍແຜ່ຂໍ້ຕົກລົງຫັນກຳລັງລົງກໍ່ສ້າງຮາກຖານການເມືອງ 5 ກຸ່ມບ້ານ ເມືອງສີສັດຕະນາກ ທົ່ວນະຄອນຫຼວງວຽງຈັນ ປະຈຳສົກປີ 2020, ທີ່ຈັດຂຶ້ນ ໃນວັນທີ 08 ພຶດສະພາ 2020, ຢູ່ສະໂມສອນ ກອງບັນຊາການ ປກສ ເມືອງສີສັດຕະນາກ ພັທ ຄຳຝັ່ງ ເຄືອບພະພອນ ຫົວໜ້າກອງບັນຊາການ ປກສ ເມືອງສີສັດຕະນາກ ໄດ້ກ່າວເນັ້ນໃຫ້ພະນັກງານລົງກໍ່ສ້າງຮາກຖານສຸມໃສ່ການປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດນພະຍາດອັກເສບປອດສາຍພັນໃໝ່ (ໂຄວິດ – 19) ໂດຍເນັ້ນໃຫ້ສົມທົບກັບອົງການປົກຄອງບ້ານ ສືບຕໍ່ເຮັດວຽກງານໂຄສະນາຜ່ານໂທລະໂຄງ ເຊົ້າ-ແລງ ຢູ່ພາຍໃນບ້ານໃຫ້ປະຊາຊົນ ແລະ ບັນດາຫ້າງຮ້ານເຂົ້າໃຈຕໍ່ບັນຫາດັ່ງກ່າວ.

ຄຽງຄູ່ກັນນັ້ນ ຕ້ອງເອົາໃຈໃສ່ສືບຕໍ່ແກ້ໄຂບັນຫາ ປຸ້ນຈີ້, ຊິງຊັບ, ລັກຊັບ, ບັນຫາການຊື້-ຂາຍ ແລະ ມົ້ວສຸມຢາເສບຕິດ, ອຸບັດຕິເຫດຕາມທ້ອງຖະໜົນ, ຂໍ້ຂັດແຍ່ງທາງດ້ານເສດຖະກິດ, ຂໍ້ຂັດແຍ່ງທີ່ດິນ, ບັນຫາອັກຄີໄພ; ພ້ອມທັງ ເອົາໃຈໃສ່ແກ້ໄຂກຸ່ມແກ້ງກວນເມືອງ, ຄ້າໂສເພນີ, ມົ້ວສຸມຢູ່ບັນດາຮ້ານເກມ, ສະໜຸກເກີ້, ຄ້າຂາຍເຖື່ອນ, ການໂຄສະນາໃສ່ຮ້າຍປ້າຍສີ ແລະ ສືບຕໍ່ແກ້ໄຂຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ບັນດາເມືອງສີສັດຕະນາກ ໃຫ້ດີຂຶ້ນກວ່າເກົ່າ.

ໃນກອງປະຊຸມ, ພັທ ບຸນລັບ ສິດທິສັກ ຫົວໜ້າພະແນກການເມືອງ ປກສ ເມືອງສີສັດຕະນາກ ໄດ້ຜ່ານຂໍ້ຕົກລົງ ເລກທີ 063/ປກສ.ສນ, ລົງວັນທີ 8/5/2020 ວ່າດ້ວຍການແຕ່ງຕັ້ງພະນັກງານ ລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍປຸກລະດົມກຳລັງແຮງທົ່ວປວງຊົນ ເຂົ້າຮ່ວມຂະບວນການແຂ່ງຂັນ ຮັກຊາດ-ຮັກພັດທະນາ ຈັດຕັ້ງຜັນຂະຫຍາຍວຽກງານ 3 ສ້າງ, ຈັດຕັ້ງປະຕິບັດ 4 ເນື້ອໃນ 4 ຄາດໝາຍ ວຽກງານກໍ່ສ້າງຮາກຖານ ຢູ່ນະຄອນຫຼວງວຽງຈັນ ສົກປີ 2020-2021 ເພື່ອສືບຕໍ່ ແລະ ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ ໂດຍສະເພາະປັດຈຸບັນ ແມ່ນສຸ່ມໃສ່ປະຕິບັດຕາມຄຳສັ່ງເລກທີ 06/ນຍ ວ່າດ້ວຍການເພີ່ມທະວີການປ້ອງກັນ ແລະ ຄວບຄຸມການແຜ່ລະບາດ ຂອງພະຍາດອັກເສບປອດ ໂຄວີດ 19; ໃນນີ້, ໄດ້ແຕ່ງຄະນະຮັບຜິດຊອບຊີ້ນຳກໍ່ສ້າງຮາກຖານການເມືອງ, ກອງເສນາຊ່ວຍວຽກ, ຄະນະຮັບຜິດຊອບຊີ້ນໍາ-ບັນຊາ ແລະ ພະນັກງານກໍ່ສ້າງຮາກຖານເຮັດວຽກຕົວຈິງຢູ່ປະຈຳກຸ່ມບ້ານ ທັງບຸກຄົນ ເກົ່າ ແລະ ໃໝ່ ທົ່ວເມືອງສີສັດຕະນາກ ມີທັງໝົດ 72 ສະຫາຍ, ຍິງ 4 ສະຫາຍ.



