ວັນທີ 10 ພຶດສະພາ 2020 ເວລາ 22:56 ໂມງ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຜ່ານເບີ 1623 ວ່າມີເຫດລົດຈັກຕຳຕົ້ນໄມ້ ຈຸດເກີດເຫດແມ່ນ ເສັ້ນທາງ ບ້ານກຽມປາງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ພໍໜ່ວຍກູ້ໄພອອກກວດສອບໄດ້ພົບຜູ້ເສຍຊີວິດຈຳນວນ 1ຄົນ, ເພດຊາຍ ອາຍຸ 22ປີ ບ້ານ ຈອມທອງ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ. ສາເຫດການເສຍຊີວິດແມ່ນໄດ້ຮັບກະທົບທີ່ຫົວ, ມີບາດແຜ່ເປີດຢູ່ໃບໜ້າແລະ ເສຍຊີວິດໃນຈຸດເກີດເຫດ.

ດັ່ງນັ້ນ, ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ຈຶ່ງໄດ້ປະຖົມພະຍາບານຂັ້ນຕົ້ນ ແລະເສຍຊີວິດຕໍ່ມາ ທາງໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ຂໍສະແດງຄວາມເສຍໃຈນຳພີ່ນ້ອງຜູ້ເສຍຊີວິດ ແລະ ເຫດການໃນຄັ້ງນີ້.

ບາດເຈັບສຸກເສີນໂທ 1623 ຕະຫລອດ 24 ຊົ່ວໂມງ

Leave a Reply

Your email address will not be published. Required fields are marked *