ປກສ ນະຄອນຫຼວງວຽງຈັນ: ໃນວັນທີ 04 ພຶດສະພາ 2020 ເຈົ້າໜ້າທີ່ຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ໄດ້ນຳລົດ CA 2 ຄັນລົດ ໄປຮັບຕ້ອນແຮງງານລາວທີ່ເດີນທາງມາແຕ່ປະເທດທີ່ມີຄວາມສ່ຽງ ມີທັງໝົດ 103 ຄົນ, ຍິງ 44 ຄົນ ເພື່ອນໍາສົ່ງເຂົ້າສູນກັ່ນຕອງຢູ່ຫຼັກ 27, ເພື່ອໄຈ້ແຍກບຸກຄົນທີ່ມີຄວາມສ່ຽງຕິດເຊື້ອພະຍາດໂຄວິດ-19

ໃນກໍລະນີເບື້ອງຕົ້ນຖ້າກວດກາພົບອາການທີ່ຕິດຊື້ອແມ່ນຈະຖືກນຳສົ່ງໄປໂຮງຫມໍທັນທີ, ຖ້າບໍ່ພົບເຊື້ອແມ່ນຈະໃຫ້ພັກອາໃສຢູ່ໃນສູນກັ່ນຕອງ ຫຼັກ 27 ເມືອງໄຊທານີ ນະຄອນຫຼວງວຽງຈັນ, ເພື່ອຕິດຕາມກວດຫາເຊື້ອພະຍາດຈົນຄົບ 14 ວັນ, ຖ້າບໍ່ມີອາການແມ່ນໃຫ້ກັບໄປກັກກັນຕົນເອງຢູ່ບ້ານຕື່ມອີກ 14 ວັນ.

ຕໍ່ກັບບັນຫາຂອງເຊື້ອພະຍາດໂຄວິດ-19 ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ຂໍຄວາມຮ່ວມມືນໍາປະຊາຊົນລາວ ທີ່ເດີນທາງມາແຕ່ປະເທດທີ່ມີຄວາມສ່ຽງ ແມ່ນໃຫ້ປະຕິບັດຕາມຄຳແນະນຳຂອງເຈົ້າໜ້າທີ່ທຸກພາກສ່ວນຢ່າງເຄັງຄັດ; ທັງນີ້ກໍ່ເພື່ອບໍ່ໃຫ້ມີການລະບາດ ແລະ ມີຜູ້ຕິດເຊື້ອພະຍາດເພີ່ມ ຫຼື ແຜ່ລະບາດອອກເປັນວົງກວ້າງ ເພື່ອເຮັດໃຫ້ຄົນໃນສັງຄົມລາວໄດ້ກັບມາໃຊ້ຊີວິດຢ່າງເປັນປົກກະຕິໂດຍໄວ.

