1 ໂຟກັດທີ່ລາຍໄດ້:
ລາຍໄດ້ດີມີໄຊໄປກວ່າເຄິ່ງ, ຫາກສາມາດຫາວຽກທີ່ໃຫ້ຄ່າຕອບແທນສູງຕັ້ງແຕ່ອາຍຸຍັງນ້ອຍໆ ໂອກາດທີ່ເຮົາຈະຕໍ່ຍອດເງິນຈາກລາຍໄດ້ກ້ອນນັ້ນໃຫ້ງອກເງີຍກໍ່ຍ່ອມຫລາຍກວ່າ. ແນ່ນອນ ການຫາວຽກທີ່ໄດ້ເງິນຫລາຍບໍ່ແມ່ນເລື່ອງງ່າຍ ແຕ່ກໍ່ຕ້ອງຫາຊ່ອງທາງເລືອກວຽກແລະປ່ຽນວຽກທີ່ມີລາຍໄດ້ຫລາຍຖ້າມີໂອກາດ. ພ້ອມທັງວາງແຜນ ການສ້າງລາຍຮັບ ຫຼາຍຊ່ອງທາງ ທີ່ຈະຊ່ວຍເຮັດໃຫ້ຕົນສາມາດມີລາຍຮັບເພີ່ມ.
2 ເກັບເງິນໄວ້ລົງທຶນ:
ເກັບເງິນໄວ້ໃນບັນຊີໃຫ້ອຸ່ນໃຈອາດຈະບໍ່ຕອບໂຈດຂອງຄົນໃນຍຸກນີ້ອີກຕໍ່ໄປແລ້ວ ຖ້າວ່າຫົນທາງທີ່ຈະເຮັດໃຫ້ລວຍໄດ້ຕັ້ງແຕ່ອາຍຸຍັງນ້ອຍຕ້ອງເກັບເງິນໄວ້ລົງທຶນໃຫ້ຈໍານວນເງິນກ້ອນນັ້ນມັນເພີ່ມຂື້ນດີກວ່າ, ການລົງທຶນ ກໍ່ຕ້ອງລະມັດລະວັງ, ຕ້ອງເປັນການລົງທຶນທີ່ປອດໄພ ແລະ ໝັ້ນໃຈວ່າ ຈະສາມາດເຮັດໃຫ້ມີກໍາໄລເພີ່ມຂຶ້ນ. ຢ່າເອົາເງິນໄປລົງທຶນ ໃນທຸລະກິດ ປະເພດຝັນກາງອາກາດ ແລະ ບໍ່ມີຄວາມແນ່ນອນ ເພາະຈະເຮັດໃຫ້ເສຍເງິນໄປລ້າໆ.
3 ປຶກສາຄົນທີ່ລວຍມາກ່ອນ:
ປະສົບການໃນທຸກໆເລື້ອງອາດຕ້ອງຫາເອງ ເຈິກັບໂຕເອງກໍ່ອາດຈະຈິງ ແຕ່ຫາກໄດ້ຮຽນຮູ້ມາຈາກຄົນອື່ນແດ່ກໍ່ຫນ້າຈະດີກວ່າ ເຊິ່ງໃນສ່ວນວິທີເຮັດໃຫ້ລວຍຕັ້ງແຕ່ອາຍຸຍັງນ້ອຍກໍ່ເຊັ່ນດຽວກັນ ເພາະປະສົບການການລົງທຶນ ແນວຄິດ ຊ່ອງທາງຫາເງິນຫລື ເພີ່ມລາຍໄດ້ຫາກເຮົາສາມາດມຸ້ງໄປຍັງວິທີທີ່ຖືກຕ້ອງໂດຍບໍ່ຕ້ອງໄປສ່ຽງລົ້ມລຸກຄຸກຄານກັບການລົງທຶນອື່ນໆ ກໍ່ຈະຊ່ວຍໃຫ້ເຮົາລວຍໄດ້ໄວຂື້ນ ປອດໄພຈາກການລົງທຶນພິດພາດຫລາຍຂື້ນນັ້ນເອງ ແລະ ຖ້າຈະໃຫ້ດີ ລອງຕາມຮອຍຄົນລວຍເປັນເສດຖີຕັ້ງແຕ່ອາຍຸຍັງນ້ອຍນໍາກໍ່ຈະດີຫລາຍ
4 ຕັດສິນໃນໃຫ້ເດັດຂາດ:
ຄວາມລັງເລຈະກັ້ນຄວາມລວຍ ໂດຍສະເພາະກັບຄົນທີ່ບໍ່ແນ່ໃຈວ່າເຮົາຈະເຮັດອັນໃດ, ຈະດໍາເນີນຊີວິດໄປໃນທິດທາງໃດ. ລັກສະນະນີ້ຫນ້າຈະຕ້ອງຄົ້ນຫາຄວາມເປັນໂຕເອງອີກດົນ ແລະ ອາດຕ້ອງການເວລາສ້າງເນື້ອສ້າງໂຕອີກຈັກໄລຍະ ດັ່ງນັ້ນຢາກກ້າວໄປຂ້າງຫນ້າຢ່າງບໍ່ມີສິ່ງໃດມາລັ້ງເຮົາໄວ້ ກໍ່ຄວນຕ້ອງເປັນຄົນທີ່ເດັດຂາດ ສາມາດຕັດສິນໃຈໃນທຸກໆເລື່ອງໄດ້ຢ່າງບໍ່ເສຍເວລາລັງເລ
5 ໂຊອ໋ອບບໍ່ໄດ້ຫຍັງເລີຍ ໂຊຂອງດີໄດ້ແນ່ນອນ:
ຫມົດຍຸກຈະມາເວົ້າຂີ້ໂມ້ໂອ້ອວດຄວາມດີຄວາມເດັ່ນກັນອີກຕໍ່ໄປ ຄົນຈະເປັນເສດຖີໄດ້ຕັ້ງແຕ່ອາຍຸບໍ່ທໍ່ໃດ ຕ້ອງກ້າທີ່ຈະໂຊຂອງ ຕ້ອງລອງລົງມືເຮັດ ແລະ ຢ່າມົວແຕ່ຄິດເທົ່ານັ້ນ ໄອເດຍແນວໃດດີ ຄວາມຄິດແນວໃດດີຕ້ອງຕໍ່ຍອດດ້ວຍການລົງມືເຮັດໃຫ້ສຸດ ແບບນີ້ຈຶ່ງຈະເປີດປະຕູສູ່ຄວາມສໍາເລັດໃນຊີວິດໄດ້
6 ສ່ຽງໃນສິ່ງທີ່ຫນ້າສ່ຽງ:
ການລົງທຶນທຸກປະເພດຍ່ອມມີຄວາມສ່ຽງ ແຕ່ປະເດັນສໍາຄັນຄືເຮົາຄວນສຶກສາໃຫ້ຖ່ອງແທ້ວ່າຄວາມສ່ຽງທີ່ກໍາລັງຈະເຈິນັ້ນເປັນຄວາມສ່ຽງປະເພດໃດ ສ່ຽງແລ້ວໃຫ້ຫລາຍກວ່າເສຍຫລືບໍ່ ເຊິ່ງຈຸດນີ້ກໍ່ຂື້ນຢູ່ກັບວ່າເຮົາຈະຫາຂໍ້ມູນໃນການລົງທຶນ ຫລື ການເຮັດກິດຈະກໍາໃດໆໄດ້ດີສໍ່າໃດ ສະນັ້ນກ່ອນຈະເຮັດອັນໃດ ລອງພິຈາລະນາຂໍ້ດີ-ຂໍ້ເສຍກ່ອນ
7 ລົງທຶນກັບເລື່ອງຄວາມຮູ້ໃຫ້ໂຕເອງຢູ່ສະເຫມີ:
ການຮຽນຮູ້ບໍ່ມີທີ່ສີ້ນສຸດ ແລະ ການຮຽນຮູ້ໃນເລື່ອງຕ່າງໆຢູ່ສະເຫມີຈະຊ່ວຍສ້າງຄວາມດີ ຫລື ບາງເທື່ອອາດສົ່ງແຮງບັນດານໃຈໃນບາງເລື່ອງມາເຖິງເຮົາໄດ້ ດັ່ງນັ້ນ ພະຍາຍາມຫາຫນັງສືດີໆມາອ່ານໃຫ້ໄດ້ທຸກມື້ ຟັງຂ່າວຄາວກ່ຽວກັບການລົງທຶນ ການເພີ່ມລາຍໄດ້ຈາກຫລາຍໆຊ່ອງທາງຢູ່ສະເຫມີ ທັງຫມົດນີ້ກໍ່ເພື່ອອະນາຄົດທີ່ດີນັ້ນເອງ
8 ເພີ່ມທັກສະໃຫ້ໂຕເອງ ແລະ ພະຍາຍາມຢ່າຢູ່ຫ່າງຈາກສັງຄົມ:
ຢ່າໄປຈໍາກັດຄວາມຮູ້ ແລະ ຄວາມສາມາດຂອງເຮົາໃຫ້ຢຸດຢູ່ກັບທີ່ ຄົນທີ່ຈະຍົກລະດັບຊີວິດໂຕເອງໃຫ້ດີຂື້ນກວ່າເກົ່າຕ້ອງບໍ່ຢຸດທີ່ຈະຂົົນຂວາຍ ບໍ່ຢຸດເພີ່ມທັກສະໃຫ່ມໆ ຫລື ຢ່າງນ້ອຍກໍ່ພັດທະນາຂອງທີ່ມີຢູ່ໃຫ້ເຈ໋ງຂື້ນ
9 ຫລີກລ້ຽງການເປັນຫນີ້:
ເວັ້ນເສຍແຕ່ວ່າການເປັນຫນີ້ນັ້ນຈະກໍ່ໃຫ້ເກີດລາຍໄດ້ທີ່ຫລາຍກວ່າເກົ່າ ຊື້ລົດ ເພື່ອຈະລົງທຶນຂາຍເຄື່ອງ ຫລື ເພື່ອແລ່ນຫາລູກຄ້າໄດ້ສະດວກຂື້ນ ຫລື ການກູ້ຊື້ຄອນໂດໄວ້ໃຫ້ເຊົ່າເປັນຕົ້ນ ສ່ວນຫນີ້ອື່ນໆທີ່ເສຍແລ້ວເສຍເລີຍແບບນີ້ພະຍາຍາມບໍ່ກໍ່ຫນີ້ເພີ່ມຈະດີກວ່າ
10 ດຸຫມັ່ນຂະຫຍັນພຽນໃຫ້ໄດ້:
ລອງຖາມໂຕເອງວ່າຕອນນີ້ເຮົາຫາເງິນໄດ້ເຕັມທີ່ແລ້ວຫລືຍັງ ນອກຈາກວຽກປະຈໍາແລ້ວມີລາຍໄດ້ຈາກທາງອື່ນເຂົ້າກະເປົານໍາບໍ່ ແລະ ຢ່າບອກວ່າພຽງແຕ່ຫມົດມື້ກໍ່ເມື່ອຍຈະຕາຍແລ້ວ ເພາະຫາກຢາກລວຍໄດ້ໃຫ້ຫລາຍໆກໍ່ຕ້ອງສະລັດຄວາມຂີ້ຄ້ານອອກໄປ
ຮຽບຮຽງໂດຍ > ສຸຣິດທິເດດ ບຸດດາວົງ | All in LAOS