ລາຍງານຈາກ 1624 ໃຫ້ຮູ້ວ່າ ໃນວັນທີ 4 ພຶດສະພາ 2020 ເວລາ 6:00 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີຄົນແຂວນຄໍຕາຍ ຢູ່ ບ້ານ ຫ້ອມໃຕ້ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ທີມກູ້ຊີບກູ້ໄພນະຄອນຫຼວງ1624 (ເຂດ 2 ເມືອງຫາດຊາຍຟອງ) ຈຶ່ງໄດ້ອອກກວດສອບເຫດພົບເຫັນຄົນເສຍຊິວິດ 1 ຄົນ ເປັນເພດຊາຍ ອາຍຸ 85 ປີ ຢູ່ບ້ານໂພນຕ້ອງ ຜູ້ກ່ຽວໄດ້ແຂນຄໍເສຍຊິວິດພາຍໃນບ້ານຂອງພີ່ນ້ອງ.

ດັ່ງນັ້ນທາງອາສາກູ້ໄພພວກເຮົາຈຶ່ງໄດ້ປະສານງານຫາເຈົ້າຫນ້າທີ່ກ່ຽວຂ້ອງ ແລະ ຍາດຕີພີ່ນ້ອງຂອງຜູ້ເສຍຊິວີດມາ ເພື່ອເຮັດການກວດສອບ ກ່ອນທີ່ ອາສາກູ້ໄພພວກເຮົາຫນ່ວຍກູ້ໄພນະຄອນຫຼວງຈະຊ່ວຍມ້ຽນສົບ ເພື່ອນຳເອົາສົບໃຫ້ພີ່ນ້ອງໄປປະກອບພີທີທາງສາດສະຫນາຕໍ່ໄປ.

ສ່ວນສາເຫດການຂ້າຄົວຕາຍຄັ້ງນີ້ ເຈົ້າໜ້າທີ່ຈະລາຍງານໃຫ້ຮູ້ພາຍຫຼັງ.

ສະແດງຄວາມເສຍໃຈກັບເຫດການຄັ້ງນີ້.

ອຸປະຕິເຫດສຸກເສີນໂທ : 🚑 1624 🚑
ຖ້າທ່ານໃດຕ້ອງຢາກເປັນສ່ວນໜື່ງໃນການຊ່ວຍເຫຼືອໜ່ວຍງານພວກເຮົາໃນການບໍລິຈາກ

  • ອຸປະຖຳຕ່າງໆເຊັ່ນ : ເຂົ້າສານ,ອາຫານການກີນ
  • ອຸປະກອນການແພດຕ່າງໆ

ສາມາດເຂົ້າມາໄດ້ພົວພັນທີ່: ສູນສັງການ ບ້ານໂພນພະເນົາເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
ຕິດຕໍ່ສອບຖາມ: 020 2244 1624

Leave a Reply

Your email address will not be published. Required fields are marked *