


ອີງຕາມຄໍາເເນະນໍາ ສະບັບເລກທີ 292/ຍທຂ ລົງວັນທີ 3 ພຶດສະພາ 2020 ສຳລັບການບໍລິການຂົນສົ່ງລົດໂດຍສານພາຍໃນນະຄອນຫຼວງວຽງຈັນ ແລະ ຢູ່ພາຍໃນບັນດາແຂວງ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ 19 ເຊິ່ງມີມາດຕາການທັງໝົດ 6 ຂໍ້ ໂດຍສະເພາະໄດ້ເນັ້ນໜັກໃຫ້ປະຕິບັດຕາມເງື່ອນໄຂ ແລະ ຄຳແນະນຳຂອງຄະນະສະເພາະກິດ ຢ່າງເຄັ່ງຄັດ ຢູ່ຕາມສະຖານີລົດໂດຍສານ ແລະ ບ່ອນຖ້າລົດເມ; ຜູ້ຂັບລົດ ແລະ ຜູ້ຊ່ວຍ; ຜູ້ໂດຍສານ; ຍານພາຫະນະຂົນສົ່ງ; ແລະ ມາດຕາການໃສ່ວິໄນຕາມລະບຽບກົດໝາຍ ຖ້າຫາກບໍ່ປະຕິບັດຕາມ ເຊິ່ງການປະຕິບັດຄັ້ງນີ້ ແມ່ນ ໄລຍະວັນທີ 4-17 ພຶດສະພາ!