ປກສ ນະຄອນຫຼວງວຽງຈັນ: ເຈົ້າໜ້າທີ່ອະນຸຍາດຄົນເຂົ້າ-ອອກ ຜ່ານດ່ານ ໃນກໍລະນີສຸກເສີນ-ຈຳເປັນ 778 ຄົນ
ອີງຕາມການສ່ອງແສງລາຍງານ ຂອງກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໃນວັນທີ 01 ພຶດສະພາທີ່ຜ່ານມາ ໃຫ້ຮູ້ວ່າ
ສະພາບການເຂົ້າ-ອອກພົນລະເມືອງຜ່ານ 5 ດ່ານ ຂອງນະຄອນຫຼວງວຽງຈັນ ໃນວັນທີ 30 ເມສາ ທີ່ຜ່ານມາ ມີ 778 ຄົນ; ໃນນີ້ ລ້ວນແຕ່ເປັນກໍລະນີສຸກເສີນ ແລະ ຈຳເປັນເທົ່ານັ້ນ, ເຈົ້າໜ້າທີ່ ແລະ ພາກສ່ວນທີ່ກ່ຽວ ຈິ່ງໄດ້ຮັບອະນຸຍາດໃຫ້ເຂົ້າ-ອອກດ່ານໄດ້. ເນື້ອໃນການສ່ອງແສງລາຍງານ ຍັງໃຫ້ຮູ້ວ່າ:
ໃນວັນທີ 30 ເມສາ 2020 ໃນ 5 ດ່ານ ຂອງນະຄອນຫຼວງວຽງຈັນ ມີຄົນເຂົ້າດ່ານທັງໝົດ 358 ຄົນ, ຍິງ 03 ຄົນ, ຄົນອອກ 420 ຄົນ, ຍິງ 03 ຄົນ, ພາຫະນະເຂົ້າ 353 ຄັນ, ອອກ 413 ຄັນ; ພ້ອມນີ້ ກໍາລັງຈາລະຈອນ ແລະ ປກສ ກຸ່ມ ສົມທົບກຳລັງ ປກສ ບ້ານ ແລະ ແພດໝໍ ຕັ້ງດ່ານຈຸດກວດກາຢູ່ຕາມເສັ້ນທາງຕ່າງໆ ກວດກາການເຂົ້າ-ອອກ ແລະ ກວດວັດອຸນນະພູມ ໃນ 9 ຕົວເມືອງ ໄດ້ກວດກາພາຫະນະທັງໜົດ 8.003 ຄັນ; ໃນນີ້ ມີລົດໃຫຍ່ 4.517 ຄັນ, ລົດຈັກ 3.486 ຄັນ, ໄດ້ສຶກສາອົບຮົມຄົນທີ່ລະເມີດຄໍາສັ່ງ 06/ນຍ ທັງໝົດ 10.590 ຄົນ, ຍິງ 6.127 ຄົນ, ກວດວັດອຸນຫະພູມ 3.981 ຄົນ, ຍິງ 1.245 ຄົນ, ຄົນຕ່າງປະເທດ 24 ຄົນ, ຍິງ 1 ຄົນ.
ນອກຈາກນີ້, ກຳລັງປ້ອງກັນເຄື່ອນທີ່, ສະຖານີ 1191, ປກສ ກຸ່ມບ້ານ ສົມທົບກັບທະຫານນະຄອນຫຼວງວຽງຈັນ ອອກກວດກາລາດຕະເວນຕາມເສັ້ນທາງ, ຈຸດຫຼ່ໍແຫຼມຕ່າງໆ ພົບເຫັນຜູ້ລະເມີດຄຳສັ່ງເລກທີ 06 /ນຍ ໄດ້ສຶກສາອົບຮົມກ່າວເຕືອນ, ເຮັດບົດບັນທຶກ ແລະ ແກ້ໄຂສະພາບ ທັງໝົດ 5 ກໍລະນີ.
ສຳລັບສະພາບປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 2 ເລື່ອງ, ແກ້ໄຂໄດ້ 16 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 22 ຄົນ, ຍິງ 2 ຄົນ, ຢຶດຂອງກາງປະເພດຢາບ້າໄດ້ 2.158 ເມັດ ແລະ ມີອຸບັດຕິເຫດເກີດຂຶ້ນ 1 ເລື່ອງ, ພາຫະນະເປ່ເພ 02 ຄັນ, ຄົນບາດເຈັບ 1 ຄົນ.