ມີຫຼາຍຄົນຄົງຈະມີຄໍາຖາມໃນໃຈກັບການວາງແຜນຊີວິດ ແລະ ແນວຄວາມຄິດ ເມື່ອອາຍຸຈະເຂົ້າສູ່ໄວ 30 ປີ! ວ່າເຮົາຄວນມີຫຍັງແດ່? ເຮັດຫຍັງແດ່? ສິ່ງສໍາຄັນທີ່ສຸດ ທີ່ບົດຄວາມຕໍ່ໄປນີ້ ຈະໃຫ້ແງ່ຄິດຂອງຄົນກ່ອນຮອດ ອາຍຸ 30 ແມ່ນ ເລື່ອງຂອງການຕັດສິນໃຈ ແລະ ຈິງຈັງກັບຊີວິດ ເພາະຖືໄດ້ວ່າ ເປັນໄລຍະສໍາຄັນ ຂອງຊີວິດ ເພາະກ່ອນ 30 ປີ ທຸກຄົນ ແມ່ນຖືເປັນໄວທີ່ມີເຫືອແຮງ ໄວທີ່ພ້ອມຈະທ້າທາຍກັບຫຼາຍສິ່ງຫຼາຍຢ່າງ ແລະ ເປັນໄວ ທີ່ຈະກ້າວສູ່ຄວາມເປັນຜູ່ໃຫຍ່ ໄດ້ຢ່າງເຕັມຕົວ. ມາເບິ່ງນໍາກັນວ່າ ຄໍາແນະນໍາຂ້າງລຸ່ມມີຫຍັງແດ່

ພະຍາຍາມໃຫ້ມີຄວາມຄິດສ້າງສັນ: ລອງແຍງແວ່ນເບິ່ງຕົນເອງ ແລະ ຕັ້ງຄຳຖາມກັບຕົນເອງວ່າເຮົາເປັນຄົນແນວໃດ, ມີຫຍັງໜ້າສົນໃຈໃນໂຕເຮົາ, ເຮົາໂດດເດັ່ນຫຍັງແນ່, ຖະໜັດຫຍັງແນ່ ແລະ ມີບຸກຄະລິກແນວໃດທີ່ຕ່າງຈາກຄົນອື່ນ ຄວນນຳເອົາມັນມາໃຊ້ໃຫ້ຫຼາຍທີ່ສຸດ ແລະ ໃຫ້ມັນເກີດຜົນທີ່ສຸດ. ໃນຂໍ້ນີ້ ເພື່ອໃຫ້ເກີດ ແນວຄິດສ້າງສັນນັ້ນ, ທຸກຄົນຕ້ອງທຸ້ມເທ ກັບການຮຽນຮູ້, ຢ່າຂີ້ຄ້ານ ຫຼື ຢຸດຢູ່ກັບທີ່.

ຕ້ອງສະແຫວງຫາ ບົດຮຽນ ແລະ ປະສົບການ ຄວາມຮູ້ໃໝ່ ທີ່ຕົນເອງຍັງບໍ່ຮູ້ ເພື່ອຈະໄດ້ແນວຄວາມຄິດທີ່ຫຼາກຫຼາຍ. ຈົ່ງປະຖິ້ມແນວຄວາມຄິດທີ່ວ່າ ເຮົາເກີດມາຊາດນີ້ ຕ້ອງເປັນອັນໃດອັນໜື່ງ ຫຼື ຍຶດຖືອາຊີບໃດໜື່ງ ອັນດຽວ, ທຸກຄົນຍ່ອມມີໂອກາດ ທີ່ຈະຮຽນຮູ້ ແລະ ເຮັດຫຼາກຫຼາຍອາຊີບ ເພື່ອສົ່ງເສີມແນວຄິດສ້າງສັນ ແລະ ຫາປະສົບການໃໝ່ ໃຫ້ຕົນເອງໄດ້ມີພັດທະນາການ ແລະ ມີຄວາມສຸກກັບວຽກງານນັ້ນໆ.

ນະຄອນຫຼວງພະບາງ – ພາບໂດຍ: TF Travel

ຈັດການກັບສະຖານະການທຸກຮູບແບບ: ພະຍາຍາມຮຽນຮູ້ທີ່ຈະຮັບມືກັບທຸກສະຖານະການທີ່ຈະເຂົ້າມາໃນຊີວິດເຮົາສຳຄັນຄື ຕ້ອງມີສະຕິແລ້ວປັນຍາຈະເກີດ, ວິກິດຍັນມີໂອກາດ, ໂອກາດຍັງມີຄວາມຝັນ, ຄວາມຝັນຍັງມີຄວາມຈິງ ຈົ່ງເຮັດກັບມັນໃຫ້ໄດ້. ຂໍ້ນີ້ແມ່ນ ເປັນສິ່ງທີ່ຫຼີກລ້ຽງບໍ່ໄດ້ຂອງຊີວິດຈິງ ທີ່ວ່າຄົນເຮົາຍອມຈະພົບບັນຫາຕ່າງໆ ທັງສິ່ງທີ່ດີ ແລະ ບໍ່ດີ, ສິ່ງທີ່ປະສົບຜົນສໍາເລັດ ແລະ ຜິດພາດ, ສິ່ງທີ່ພູມໃຈ ແລະ ຜິດຫວັງ.

ທັງໝົດ ທັງມວນນັ້ນ, ໃຫ້ພວກເຮົາຮູ້ວ່າ ຄືຄວາມຈິງ ທີ່ຈະພິສູດ ວ່າທຸກຄົນ ຈະສາມາດຜ່ານ ບັນຫາເຫຼົ່ານັ້ນ ໄປໄດ້ແນວໃດ? ສືບເນື່ອງຈາກ ຂໍ້ແນວຄິດສ້າງສັນ ຂ້າງເທີງ ທີ່ແນ່ນອນ ຈະສາມາດ ເອົາມາມູນໃຊ້ ໃນ ສະຖານະການຕ່າງໆ ເມື່ອເຮົາມີຄວາມຮູ້, ມີມອງມອງເປີດກວ້າງ ແລະ ສາມາດ ເຂົ້າໃຈບັນຫາ ເພື່ອນໍາໄປສູ່ ການຫາທາງແກ້ໄຂບັນຫາທີ່ຖືກຕ້ອງ.

ຂົວໄມ້ໄຜ່ ວັງວຽງ – ພາບໂດຍ: TF Travel

ກ້າ ແລະ ໝັ້ນໃຈໃນສິ່ງທີ່ຕ້ອງເຮັດ: ຈົ່ງໝັ້ນໃຈວ່າສິ່ງທີ່ຕົນເອງເຮັດນັ້ນມັນຖືກຕ້ອງ ແລະ ກ້າທີ່ຈະເຮັດໃຫ້ມັນດີທີ່ສຸດ ທີ່ສຳຄັນຕ້ອງຄິດວ່າຕົນເອງຕ້ອງເຮັດໃຫ້ໄດ້ແນ່ນອນ (ບໍ່ລອງບໍ່ຮູ້ແລ້ວເຮັດກັບມັນໃຫ້ດີທີ່ສຸດ) ແຕ່ການໝັ້ນໃຈນີ້ຕ້ອງເປັນສິ່ງທີ່ດີສຳລັບເຮົາ ແລະ ຄົນອື່ນນຳ. ໃນປະເດັນນີ້, ຈະເຫັນໄດ້ວ່າ ເຖິບຸກຄົນໃດໜື່ງ ຈະມີຄວາມຮູ້ຫຼາຍ ມີຄວາມຄິດທີ່ສາມາດແກ້ໄຂສະຖານະການ ດັ່ງ 2 ຂໍ້ຂ້າງເທີງ, ແຕ່ເມື່ອໃດ ຂາດຄວາມກ້າ ແລະ ຄວາມໝັ້ນໃຈແລ້ວ, ກໍ່ຈະບໍ່ສາມາດ ປະສົບຜົນສໍາເລັດໄດ້.

ຄວາມກ້າ ແລະ ໝັ້ນໃຈນັ້ນ ບໍ່ຄວນຈະມາຈາກ ການຄາດເດົາ ຫຼື ການຮູ້ແບບ ແປະໆ ບາງໆ, ສະນັ້ນ, ເມື່ອສະສົມຄວາມຮູ້ ແນວຄິດສ້າງສັນ ແລະ ສາມາດ ມີຄວາມສາມາດແກ້ໄຂບັນຫາໄດ້ດີແລ້ວ, ບຸກຄົນນັ້ນ ກໍ່ສາມາດທີ່ຈະກ້າເຮັດ ກ້າສະແດງ ອອກໄດ້ຢ່າງໝັ້ນໃຈ ເພາະມີຄວາມຮູ້ ທີ່ສະໜັບສະໜູນ ການສະແດງອອກດັ່ງກ່າວ ໄດ້ຢ່າງຖືກຕ້ອງ.

ຜາງອຍ ພູເຂົາຄວາຍ – ພາບໂດຍ: TF Travel

ບໍ່ຈຳເປັນຕ້ອງເຮັດໃນສິ່ງທີ່ຮັກ ແຕ່ຫັນມາຮັກໃນສິ່ງທີ່ເຮັດ: ແນະນຳຢ່າງໄປຫວັງເສຍເວລາມົວເມົາຊອກເຮັດແຕ່ວຽກທີ່ມັກທີ່ເຮົາຮັກ ແຕ່ລອງຫັນມາຮັກໃນສິ່ງທີ່ເຮົາເຮັດຢູ່ຈະດີກວ່າບໍ່ ຕັ້ງໃຈເຮັດໃຫ້ມັນດີທີ່ສຸດ ແລ້ວທ່ານອາດຈະຄົ້ນພົບຄວາມສາມາດທີ່ແທ້ຈິງຂອງຕົນເອງກໍ່ເປັນໄປໄດ້. ຂໍ້ນີ້ ບອກໄດ້ເລີຍວ່າ ຕ້ອງຕັ້ງໃຈສຶກສາໃຫ້ດີໆ ເນື່ອງຈາກວ່າ ມັນອາດເຮັດໃຫ້ຄັດກັບຈິດໃຈຂອງເຮົາ, ແຕ່ທຸກຄົນຕ້ອງຢູ່ບົນພື້ນຖານຂອງຄວາມເປັນຈິງ. ເພາະວ່າ ອາຊີບ ຫຼື ວຽກງານທີ່ເຮົາຮັກ ທີ່ຈະເຮັດ ບາງຄັ້ງ ມັນກໍ່ສົ່ງຜົນທີ່ບໍ່ສູງຕໍ່ພວກເຮົາ ເຊັ່ນວ່າ ບໍ່ໄດ້ ຊ່ວຍໃຫ້ສາມາດ ສ້າງລາຍຮັບໄດ້ຫຼາຍ, ບໍ່ໄດ້ ເຮັດໃຫ້ເຮົາ ມີຄວາມກ້າວໜ້າ ໃນອະນາຄົດ. ຖ້າເປັນແບບນີ້ ກໍ່ຈົ່ງຕັດໃຈວ່າ ສິ່ງທີ່ເຮົາຮັກທີ່ຈະເຮັດ ນັ້ນ ອາດເປັນພຽງ ສິ່ງໜື່ງທີ່ໜ້າຈົດຈໍາ, ແຕ່ເຮົາຄວນ ກັບມາເບິ່ງສິ່ງທີ່ເຮົາສາມາດ ທີ່ຈະເຮັດ ແລ້ວອະນາຄົດຈະດີຂຶ້ນ.

ດ້ວຍເຫດນີ້, ຖ້າເຮົາກໍາລັງເຮັດ ຫຼື ສຶກສາອັນໃດອັນໜື່ງໃນຕອນນີ້ ບໍ່ວ່າຈະເປັນອັນທີ່ເຮົາມັກ ຫຼື ບໍ່ມັກ ກໍ່ໃຫ້ຕັ້ງໃຈ ຮຽນຮູ້ໃຫ້ເຂົ້າໃຈຢ່າງຖີ່ຖ້ວນ. ເພາະນີ້ຄືການທີ່ທ່ານກໍາລັງເປີດໂລກະທັດຂອງຕົນເອງ ແລະ ເປີດເອົາບົດຮຽນໃໝ່ໆ ດັ່ງທີ່ກ່າວໃນຂໍ້ທໍາອິດ ໃນການສ້າງແນວຄິດສ້າງສັນ.

ຂົວໄມ້ໄຜ່ ນໍ້າຄານ ນະຄອນ ຫຼວງພະບາງ – ພາບໂດຍ: TF Travel

ຢ່າໄປຍອມແພ້ເມື່ອເຈີກັບບັນຫາ: ຄົນທີ່ເຂົ້າໃຈປະສົບຄວາມສຳເລັດເຂົາເຈົ້າຈະມີຄວາມ “ອົດ” ທົນທານບໍ່ທໍ້ແທ້ຕໍ່ບັນຫາທີ່ຈະເຈີ ພ້ອມທີ່ຈະຕໍ່ສູ້ ແລະ ແກ້ໄຂກັບມັນໄດ້ຕະຫຼອດເວລາ ຕ້ອງມີຄວາມພ້ອມໃຫ້ຫຼາຍໆເພາະໂອກາດບໍ່ໄດ້ມີໃຫ້ຕະຫຼອດ. ຫາກທ່ານຍ້ອມພ່າຍແພ້ ບັນຫາໃດໜຶ່ງໂດຍທີ່ບໍ່ທັນໄດ້ ລົງມືເຮັດ, ຫຼື ພຽງແຕ່ເຫັນບັນຫາ ຈາກຄວາມຄິດ ບໍ່ທັນແກ້ໄຂຕົວຈິງ ນີ້ຄວາມຜິດພາດທີ່ສຸດ. ຈົ່ງເຊື່ອສະເໝີວ່າ ທຸກບັນຫາ ຍ່ອນມີທາງອອກ. ຖ້າຕົນເອງສະໝອງຕັນ, ກໍ່ຕ້ອງຂໍຄໍາປຶກສາ ຄໍາຄິດເຫັນ ຈາກຫຼາຍຄົນ. ຢ່າອາຍ ທີ່ຈະເອີຍຖາມ ຫຼື ຂໍການຊ່ວຍເຫຼືອ ໃນສິ່ງທີ່ເຮົາບໍ່ທັນຮູ້ ຫຼື ບໍ່ເຄີຍເຮັດມາກ່ອນ.

ສຸດທ້າຍນີ້ ຂໍໃຫ້ຈື່ຄໍາສຸພາສິດທີ່ວ່າ: ເກົ້າອົດ ເກົ້າເຍື້ອນ ຫາກຊິໄດ້ທ່ອນຄໍາ

ຮຽບຮຽງໂດຍ: All in LAOS

Leave a Reply

Your email address will not be published. Required fields are marked *