ໃນວັນທີ 1 ພຶດສະພາ 1886 ເປັນເທື່ອທຳອິດໃນປະເທດອາເມລິກາ ຢູ່ຕົວເມືອງຊິກາໂກ, ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານ ໄດ້ຕໍ່ສູ້ສົມທົບກັບເນຶ້ອໃນຂອງຖະແຫຼງການ ຮຽກຮ້ອງໃຫ້ພວກນາຍທຶນຕ້ອງປະຕິ ບັດຕາມການສະເໜີກຳມະກອນວ່າ: “ແຕ່ນີ້ຕໍ່ໄປບໍ່ໃຫ້ກຳມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້, 8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງຮ່ຳຮຽນ”. ໃນມື້ນັ້ນ ໄດ້ມີກຳມະກອນ ນັດຍຸດງານເຖິງ 5.000 ແຫ່ງໃນຕົວເມືອງໃຫຍ່ຂອງປະເທດອາເມລິກາ ເຊັ່ນ: ນິວຢອກ, ບານຕີມໍ, ວໍຊິງຕັນ ແລະ ອື່ນໆ; ມີຜູ້ເຂົ້າຮ່ວມ 3 ແສນ 4 ໝື່ນຄົນ ໄດ້ຮຽກ ຮ້ອງ ແລະ ບັງຄັບໃຫ້ນາຍທຶນຕ້ອງຮັບຮອງເອົາສິດໃນການເຮັດວຽກຂອງກຳມະກອນໃນມື້ໜຶ່ງ 8 ຊົ່ວໂມງ. ໃນຂະບວນການດັ່ງກ່າວ, ພວກນາຍທຶນໄດ້ສົມທົບກັບເຈົ້າ ໜ້າທີ່ຍິງປືນກວາດໃສ່ຂະບວນ ການປະທ້ວງເຮັດໃຫ້ມີ ຄົນຕາຍ 9 ຄົນ.

ຕໍ່ມາວັນທີ 5 ພຶດສະພາ 1886, ພວກໄມ້ມືຂອງນາຍທຶນໄດ້ຂ້າກຳມະກອນຕາຍອີກ 6 ຄົນ, ບາດເຈັບ 50 ຄົນ, ແຕ່ຂະບວນການຕໍ່ສູ້ຂອງກຳມະກອນ ກໍບໍ່ໄດ້ຢຸດເຊົາ. ໃນມື້ຕໍ່ມາ, ຂະບວນແຫ່ປະທ້ວງໄດ້ເພີ່ມທະວີກຳລັງແຮງຂອງກຳມະກອນຂຶ້ນຕື່ມອີກ ຊຶ່ງມີຜູ້ເຂົ້າຮ່ວມເເຖິງ 15.000 ຄົນ ເພື່ອຄັດຄ້ານການກະທຳ ຂອງພວກນາຍທຶນ ແລະ ເຈົ້າໜ້າທີ່ກຳອຳນາດ. ຂະບວນການປະທ້ວງ ໃກ້ຈະຢຸດຕິລົງ, ພວກຄົນບໍ່ດີຂອງນາຍທຶນພັດ ໄດ້ແກວ່ງລະເບີດໃສ່ຂະບວນການປະທ້ວງເຮັດໃຫ້ເຈົ້າໜ້າທີ່ເສຍຊີວິດ 2 ຄົນ.

ຕໍ່ເຫດການນັ້ນ, ພວກເຂົາ ໄດ້ຕູ່ຫາວ່າກຳມະກອນເປັນຜູ້ແກວ່ງລະເບີດໃສ່, ຈາກນັ້ນພວກເຂົາກໍໄດ້ຍິງປືນກວາດໃສ່ຂະບວນການ ປະທ້ວງເຮັດໃຫ້ຄົນຕາຍເປັນຈຳນວນຮ້ອຍໆຄົນ ແລະ ບາດເຈັບຈຳນວນຫຼວງຫຼາຍ, ຫຼາຍຄົນຖືກຈັບ, ໃນນັ້ນ 5 ຄົນຖືກປະຫານຊີວິດ. ຕາມບົດລາຍງານຂອງສະຫະ ພັນແຮງງານຂອງອາເມລິກາ ໄດ້ຕີລາຄາວ່າ: “ໃນປະຫວັດສາດຂອງອາເມລິກາ ບໍ່ມີເວລາໃດທີ່ຂະບວນການຂອງມະຫາຊົນລຸກຮື້ຂຶ້ນຕໍ່ສູ້ ພ້ອມກັນຢູ່ຕາມໂຮງຈັກ ໂຮງງານຄືແນວນີ້”.

ຈາກເຫດການຂອງວັນທີ 1 ພຶດສະພາ 1886 ໄດ້ສ້າງກະແສຟອງອັນໃຫຍ່ຫຼວງ ແລະ ແຂງແຮງຂອງຂະບວນ ການກຳມະກອນຢູ່ທະວີບເອີລົບ ແລະ ທະວີບ ອາເມລິກາ, ເປັນກຳລັງໃຈໃຫ້ຂະບວນການຕໍ່ສູ້ຂອງກຳມະກອນໂລກ, ທັງເປັນບາດກ້າວຂະຫຍາຍຕົວແຫ່ງໄຊຊະນະ, ເປັນວັນທີ່ມີຄວາມໝາຍອັນສຳຄັນໃຫຍ່ຫຼວງ ຂອງຊົນ ຊັ້ນກຳມະກອນ ໃນຂະບວນການຕໍ່ສູ້ເພື່ອປົກປ້ອງສິດທິ ແລະ ຜົນປະໂຫຍດອັນຊອບທຳຂອງຕົນ.
ຕໍ່ໜ້າສະພາບການຄືແນວນັ້ນ, ວັນທີ 14 ກໍລະກົດ ປີ 1889, ກອງປະຊຸມພັກກອມມູນິດສາກົນຄັ້ງທີ II ໄດ້ໄຂຂຶ້ນຢູ່ທີ່ນະຄອນຫຼວງປາຣີ, ປະເທດຝຣັ່ງ), ມີຜູ້ແທນເຂົ້າຮ່ວມກອງປະຊຸມທັງໝົດ 393 ຄົນ ຊຶ່ງແມ່ນຜູ້ແທນມາຈາກ 22 ປະເທດ ເອີລົບ, ອາເມລິກາ ແລະ ອາກຊັງຕິງ. ທີ່ປະຊຸມໄດ້ຜ່ານໂຄງການດຳເນີນ ງານສຳຄັນຄື: ຊົນຊັ້ນກຳມະກອນສາມັກຄີຕໍ່ສູ້ເພື່ອປະຕິບັດຄຳຂວັນ “ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກຳນົດເອົາວັນທີ 1 ພຶດສະພາ 1886 ເປັນວັນກຳມະກອນ ສາກົນ” ຊຶ່ງແຕ່ນັ້ນມາ “ວັນທີ 1 ເດືອນ ພຶດສະພາ ຂອງທຸກໆປີ ຈຶ່ງໄດ້ກາຍເປັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ”.

ສະເພາະຢູ່ ສປປ ລາວ ໃນທຸກໆປີ, ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວ ກໍໄດ້ຈັດຕັ້ງງານໂຮມຊຸມນຸມໃຫຍ່ເພື່ອລະນຶກເຖິງມູນເຊື້ອສາມະຄີ ຕໍ່ສູ້ຂອງຊົນຊັ້ນກຳມະກອນ ເພື່ອເປັນການປົກປ້ອງສິດ ແລະ ຜົນປະໂຫຍດອັບຊອບທຳ ຂອງກຳມະກອນ ແລະ ຊາວຜູ້ອອກແຮງງານ, ທັງເປັນການປົກປັກຮັກສາສັນຕິພາບໂລກ ເປັນຂີດໝາຍອັນສຳຄັນຂອງຊົນຊັ້ນກຳມະກອນ.

LEAVE A REPLY

Please enter your comment!
Please enter your name here