ພັຕ ບຸນມີ ສີວິໄລສັກ ຫົວໜ້າຮັບຜິດຊອບຈຸດກວດກາເຂົ້າ-ອອກລະຫວ່າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ກັບ ເມືອງທຸລະຄົມ ແຂວງວຽງຈັນ(ຈຸດຂຸດສາມບາດ) ໄດ້ໃຫ້ສຳພາດຕໍ່ນັກຂ່າວ ໃນວັນທີ 30 ເມສາ 2020 ວ່າ:

ສະເພາະດ່ານກວດກາຄົນເຂົ້າ-ອອກຢູ່ຈຸດນີ້ ແມ່ນໄດ້ສືບຕໍ່ຈັດວາງກຳລັງຄຸມເຂັ້ມຕະຫຼອດ 24 ໂມງ; ໃນນີ້ ສາມາດກວດກາ, ເກັບກໍາພາຫະນະເຂົ້າ-ອອກ ໄດ້ 100 ກວ່າຄັນຕໍ່ມື້; ພ້ອມທັງ ໄດ້ວັດແທກອຸນຫະພູມໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນ ເດີນທາງເຂົ້າມານະຄອນຫຼວງວຽງຈັນ ເພື່ອຈຳກັດການແຜ່ລະບາດຂອງພະຍາດໂຄວິດ-19.

ໃນການຕັ້ງດ່ານກວດ ແມ່ນໄດ້ຈັດແບ່ງຈຸດກວດກາອອກເປັນ 3 ຈຸດຄື: ຈຸດຂຸດສາມບາດ, ຈຸດຫຼັກ 36 ແລະ ຈຸດບ້ານຫົວນາ ໂດຍປະຕິບັດຕາມຄຳສັ່ງເລກທີ 06/ນຍ ເຈົ້າໜ້າທີ່ກ່ຽວຂ້ອງຂອງເມືອງໄຊທານີ ໄດ້ສຸມທຸກກຳລັງ ເພື່ອກວດກາ, ໂຄສະນາໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນໄດ້ເຂົ້າໃຈເຖີງຜົນຮ້າຍຂອງພະຍາດໂຄວິດ-19 ແລະ ໃຫ້ຄວາມຮ່ວມມືຕໍ່ເຈົ້າໜ້າທີ່, ຖ້າບໍ່ມີວຽກອັນຈໍາເປັນ ແລະ ບໍ່ໄດ້ອະນຸຍາດຈາກການຈັດຕັ້ງບ້ານ ແມ່ນບໍ່ອະນຸຍາດໃຫ້ເດີນທາງເຂົ້າມາ; ສໍາລັບກໍລະນີທີ່ເຈົ້າໜ້າທີ່ອະນຸຍາດໃຫ້ເດີນທາງໄປ-ມາໄດ້ ແມ່ນສະເພາະກໍລະນີທີ່ຈຳເປັນ ແລະ ຮີບດ່ວນເທົ່ານັ້ນ. ຕໍ່ກັບຜູ້ລະເມີດຄຳສັ່ງເລກທີ 06/ນຍ ແມ່ນໄດ້ສຶກສາອົບຮົມກ່າວເຕືອນ ໃນກໍລະນີຮ້າຍແຮງ ແມ່ນເຮັດບົດບັນທຶກໄວ້ເປັນຫຼັກຖານ.

ປກສ ນະຄອນຫຼວງວຽງຈັນ

Leave a Reply

Your email address will not be published. Required fields are marked *