ໃນວັນທີ30 ເມສາ 2020 ເວລາ 20:45 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີຄົນແຂນຄໍຕາຍ ຢູ່ບ້ານ ໂພນພະເນົາ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ

ທີມກູ້ຊີບກູ້ໄພນະຄອນຫຼວງ1624 (ສູນສັ່ງການ) ຈື່ງໄດ້ອອກກວດສອບເຫດພົບເຫັນຄົນເສຍຊິວິດ 01ຄົນ ເປັນເພດຊາຍໄດ້ແຂວນຄໍເສຍຊິວິດພາຍໃນເຮືອນ.
ດັ່ງນັ້ນພວກເຮົາຈື່ງໄດ້ປະສານງານຫາເຈົ້າຫນ້າທີ່ກ້ຽວຂ້ອງແລະຍາດຕີພີ່ນ້ອງຂອງຜູ່ເສຍຊິວີດມາແລ້ວພວກເຮົາຫນ່ວຍກູ້ໄພນະຄອນຫຼວງຈື່ງໄດ້ມ້ຽນຄາບອາບສົບເພື່ອນຳເອົາສົບໃຫ້ພີ່ນ້ອງໄປປະກອບພີທີທາງສາດສະຫນາຕໍ່ໄປ.
ສ່ວນສາເຫດການຂ່າຕົວຕາຍຄັ້ງນີ້, ທາງເຈົ້າໜ້າທີ່ຈະສືບສວນຕໍ່ໄປ

ອຸປະຕິເຫດສຸກເສີນໂທ : 🚑 1624 🚑
ຖ້າທ່ານໃດຕ້ອງຢາກເປັນສ່ວນໜື່ງໃນການຊ່ວຍເຫຼືອໜ່ວຍງານພວກເຮົາໃນການບໍລິຈາກ
- ອຸປະຖຳຕ່າງໆເຊັ່ນ : ເຂົ້າສານ,ອາຫານການກີນ
- ອຸປະກອນການແພດຕ່າງໆ
ສາມາດເຂົ້າມາໄດ້ພົວພັນທີ່: ສູນສັງການ ບ້ານໂພນພະເນົາເມືອງໄຊເສດຖາ ນະຄອນຫຼວງວຽງຈັນ