ປະຈຸບັນໄດ້ມີຫົວໜ່ວຍທຸລະກິດສະເໜີສ້າງໂຮງງານຜະລິດຜ້າອັດປາກ-ດັງ ນໍາຂະແໜງອຸດສາຫະກໍາ ແລະ ການຄ້າຈໍານວນ 8 ໂຮງງານໃນນັ້ນ ສະເໜີຂັ້ນກະຊວງ ກໍ່ຄືກົມອຸດສາຫະກໍາ ແລະ ຫັດຖະກຳ ຈໍານວນ 4 ໂຮງງານ, ສະເໜີຕໍ່ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ຈໍານວນ 4 ໂຮງງານ.
ເຊິ່ງປະຈຸບັນໂຮງງານ ລາວເທພາ ແລະ ໂຮງງານການຢາ ແລະ ອຸປະກອນການແພດ ດີວັນ ໄດ້ຕິດຕັ້ງເຄື່ອງຈັກສຳເລັດ ແລະ ຜະລິດທົດລອງແລ້ວ, ສ່ວນໂຮງງານອື່ນໆ ແມ່ນຢູ່ໃນຂັ້ນຕອນກຳລັງຕິດຕັ້ງເຄື່ອງຈັກ ແລະ ກຳລັງສະເໜີ ນໍາເຂົ້າເຄື່ອງຈັກ, ຄາດວ່າໃນກາງ ແລະ ທ້າຍເດືອນມິຖຸນາ 2020 ຈະສາມາດດຳເນີນການຜະລິດໄດ້ທຸກໂຮງງານ ໂດຍ ລາຄາຈໍາໜ່າຍສະເລ່ຍປະມານ 1,200 – 1,400 ກີບ/ແຜ່ນ
ລາຍລະອຽດ ຂອງໂຮງງານຕ່າງໆ ມີດັ່ງຂ້າງລຸ່ມນີ້
