ໃນວັນທີ 09 ພຶດສະພາ 2020, ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ປະຈຳດ່ານສາກົນ ຂົວມິດຕະພາບລາວ-ໄທ 1 ແມ່ນໄດ້ສືບຕໍ່ຮັບເອົາບັນດາແຮງງານລາວ ທີ່ເດີນທາງກັບຄືນເຂົ້າມາປະເທດ ລວມມີ 349 ຄົນ, ຍິງ 177 ຄົນ; ໃນນີ້ ເຈົ້າໜ້າທີ່ໄດ້ນໍາສົ່ງເຂົ້າສູນກັ່ນຕອງ ທີ່ສະໜາມຍິງປືນກອງທັບ ຫຼັກ 27 ເພື່ອໄຈ້ແຍກກໍລະນີສົງໃສຕິດເຊື້ອໂຄວິດ-19.


ໃນກໍລະນີສົງໃສ ແມ່ນຈະໄດ້ນຳສົ່ງໄປໂຮງໝໍທັນທີ, ແຕ່ຖ້າບໍ່ມີອາການຫຍັງ ສຳລັບຄົນຕ່າງແຂວງແມ່ນຈະໄດ້ມອບໃຫ້ຄະນະສະເພາະກິດ ຂອງແຕ່ລະແຂວງນຳຕົວໄປສູນກັກກັນຂອງແຂວງ ເພື່ອສືບຕໍ່ຕິດຕາມອາການ ເປັນໄລຍະເວລາ 14 ວັນ, ຖ້າບໍ່ມີອາການຫຍັງ ຈຶ່ງຈະໃຫ້ກັບເມື່ອບ້ານ ແລ້ວໄປຕິດຕາມອາການຂອງຕົນຕື່ມອີກ 14 ວັນ.


ທັງນີ້ກໍ່ເພື່ອເຮັດໃຫ້ທຸກຄົນໃນປະເທດ ສປປ ລາວເຮົາ ມີຄວາມປອດໄພ ບໍ່ຕິດເຊື້ອພະຍາດອັກເສບປອດສາຍພັນໃໝ່ (ໂຄວິດ-19) ເພີ່ມ ແລະ ບໍ່ມີການແຜ່ຂະຫຍາຍອອກໄປວົງກວ້າງ.

