ສະຖານະການ ໂຄວິດ-19 ທົ່ວໂລກ ແມ່ນຍັງໜ້າເປັນຫ່ວງ ແລະ ຕົວເລກ ຍັງຄົງເພີ່ມຂຶ້ນ, ຈາກການລາຍງານ ເວລາ 22:30 ວັນທີ 10 ພຶດສະພາ 2020 ຈາກ worldmeters.info ໃຫ້ຮູ້ວ່າ ຍອດຜູ່ຕິດເຊື້ອ ແມ່ນ ສູງເຖິງ 4,138,964 ຄົນ, ຂະນະທີ່ຜູ່ເສຍຊີວິດ ເພີ່ມເປັນ 281,442 ຄົນ ກວມເອົາ 6.8% ຂອງ ຍອດຜູ່ຕິດເຊື້ອ, ແລະ ການປິນປົວ ຫາຍດີ 1,455,720

ຕົວເລກ ທົ່ວໂລກ

ໃນນີ້ ປະເທດ ສະຫະລັດ ອາເມຣິກາ ແມ່ນມີຜູ່ເສຍຊີວິດ ເຖິງ 80,121 ກວມເອົາ 5.9% ຂອງຜູ່ຕິດເຊື້ອທັງໝົດ (1,350,194), ໃນນີ້ ມີຜູ່ໄດ້ຮັບການປິ່ນປົວຫາຍດີ 238,144 ຄົນ

ປະເທດ ສະຫະລັດ ອາເມຣິກາ

ຕາຕະລາງຂ້າງລຸ່ມ ແມ່ນ 11 ປະເທດ ທີ່ມີຜູ່ຕິດເຊື້ອຫຼາຍທີ່ສຸດ

ສ່ວນ ສປປລາວ ຖືວ່າຍັງສາມາດ ຄວບຄຸມສະຖານະການໄດ້ ເປັນຢ່າງດີ, ເປັນມື້ທີ່ 28 ຕິດຕໍ່ກັນ ທີ່ບໍ່ພົບຜູ່ຕິດເຊື້ອເພີ່ມ. ສະຖິຕິ ແມ່ນຍັງຢູ່ທີ່ ເກົ່າ ຄື: ຕິດເຊື້ອລວມ 19, ປົວດີ 13, ກໍາລັງປິ່ນປົວ 6, ເສຍຊີວິດ 0

ສປປ ລາວ

Leave a Reply

Your email address will not be published. Required fields are marked *