ລາຍງານຈາກ 1623 ແຂວງຈໍາປາສັກ ປະກາດຫາພີ່ນ້ອງຄົນເສຍຊີວິດ ເກີດອຸປະຕິເຫດ ຢູ່ຫຼັກ 9 ຫນ້າໂຮງຮຽນເຕັກນີກ ເມືອງ ບາຈຽງ ແຂວງຈຳປາສັກ ວັນທີ 10/5/2020 ເວລາ 20:45 ໃຫ້ເບີຕິດຕໍ່ 0304912875 ຫຼື 1623

ຜູ່ເສຍຊີວິດແມ່ນເພດຊາຍ ຂີ່ລົດຈັກ ທະບຽນ ຈໍາປາສັກ ຈນ 3569. ໄດ້ຕໍາກັບລົດໃຫຍ່ກະບະ ແລ້ວຄົນຂັບລົດຈັກ ຟົ້ງເຂົ້າກ້ອງລົດພ່ວງ ຖືກຢຽບເສຍຊີວິດຄາທີ່. ສ່ວນລົດກະບະຄູ່ກໍລະນີ ແມ່ນເອົາຕົວຫຼົບໜີ, ເຊິ່ງເຈົ້າໜ້າທີ່ແມ່ນກໍາລັງຕາມຕົວ.
ພົບເຫັນເອກະສານຈໍານວນໜຶ່ງ ມີ ທະບຽນລົດ ແລະ ໃບສະໝັກຂາຍຫວຍ.

.

.
