ລາຍງານຈາກເຈົ້າໜ້າທີໃຫ້ຮູ້ ໃນວັນທີ 4 ພຶດສະພາ 2020 ຜ່ານມາ ໄດ້ເກີດເຫດ ສະຫຼົດໃຈ ມີຄົນໃຊ້ປືນຍິງຕົນເອງເສຍຊີວິດ ຢູ່ເຮືອນ ທີ່ບ້ານຫົວຂົວ ໜ່ວຍ 8 ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ. ຜູ່ທີ່ຍິງຕົນເອງ ຊາບຊື່ ທ້າວ ສົມເພັດ ສີວົງໄຊ ອາຍຸ 57 ປີ ອາຊີບລັດຖະກອນ ຕໍາແໜ່ງ ຮອງຫົວໜ້າກົມພາສີ ກະຊວງການເງິນ.

ແພດໝໍ ຊ່ວຍເຕັມທີ່ໃນການກອບກູ້ເອົາຊີວິດ

ຈາກການສືບສວນເບື້ອງຕົ້ນ ຜູ່ເປັນເມຍ ໃຫ້ການວ່າ ໃນຕອນເຊົ້າ ວັນທີ 4 ພຶດສະພາ 2020 ພາຍຫຼັງຕື່ນນອນ, ຕົນເອງ ສາມີ ແລະ ລູກ ໄດ້ພາກັນ ເຮັດວຽກເຮືອນ ແລະ ກຽມຈະອອກໄປວຽກ, ຈາກນັ້ນ ຜູ່ເປັນຜົວ ໄດ້ຊວນໄປ ມັດແຂນ ຢູ່ວັດ. ທັງສອງ ຈິ່ງຂຶ້ນໄປຫ້ອງນອນ, ເມຍເຂົ້າຫ້ອງນໍ້າເພື່ອອາບນໍ້າ ຈະໄປນໍາຜົວ, ຈາກນັ້ນ, ຜູ່ເປັນຜົວ ໄດ້ຮ້ອງຖາມເມຍ ວ່າ ປືນຂອງລາວ ໝົດກໍານົດແລ້ວບໍ່? ເມຍຈິງຕອບວ່າ ຢ້າຟ້າວໄປວົນ ໃຫ້ແລ້ວໂຄວິດ ກ່ອນ.

ປີນທີ່ໃຊ້ຂ້າຕົວຕາຍ T77

ຈາກນັ້ນອີກບໍ່ດົນ ກໍ່ໄດ້ຍິນສຽງປືນ 2 ຄັ້ງ, ຜູ່ເປັນເມຍຈິງໄດ້ ແລ່ນອອກຈາກຫ້ອງນໍ້າ ມາເຫັນສາມີນອນບາດເຈັບ ຢູ່ສົ້ນຕຽງຕິດກັບຫ້ອງນໍ້າ, ເມຍຈິງໄດ້ ຮ້ອງໃຫ້ລູກມາຊ່ວຍ ແລະ ໂທຫາກູ້ໄພ ເພື່ອໄປສົ່ງໂຮງໝໍ. ແລະ ຜູ່ກ່ຽວໄດ້ເສຍຊີວິດ ໃນເວລາຕໍ່ມາ.

ງານຊາປະນະກິດ

ສ່ວນສາເຫດ ຂອງການຍິງຕົວຕາຍໃນຄັ້ງນີ້ ແມ່ນຍັງບໍ່ຮູ້ລະອຽດ ທາງເຈົ້າໜ້າທີ່ຈະເຮັດການສືບສວນຫາສາເຫດ ຕໍ່ໄປ.

ສະແດງຄວາມເສຍໃຈກັບເຫດການຄັ້ງນີ້

Leave a Reply

Your email address will not be published. Required fields are marked *