ເປັນອີກຂ່າວທີ່ໜ້າຊື່ນຊົມ ແລະ ຊົມເຊີຍ ຕໍ່ຜົນສໍາເລັດ ຂອງນັກສຶກສາລາວ ທີ່ປະເທດຣັດເຊຍ ໃນວັນທີ 10 ພຶດສະພາ 2020 ທີ່ໄດ້ມີການມອບໃບປະກາສະນິຍະບັດ ຈົບການສຶກສາ ທີ່ ວິທະຍາຄານທະຫານ ຣັດເຊຍ. ເຊິ່ງ 1 ໃນ ຈໍານວນ ນັກສຶກສາລາວ ແມ່ນໄດ້ ປະສົບຜົນສໍາເລັດ ອັນສູງ ທີ່ໄດ້ຮັບກຽດ ຖືກຄັດເລືອກໃຫ້ເປັນນັກສືກສາຕ່າງປະເທດພຽງຄົນດຽວໃນປີນີ້ ທີ່ໄດ້ຮັບຫລຽນຄຳຈາກກະຊວງປ້ອງກັນປະເທດລັດເຊຍ (Золотой медаль) ແລະ ພ້ອມທັງໃບປະກາດແດງ (красный диплом) ຂອງວິທະຍາຄານທະຫານອາກາດລັດເຊຍແຫ່ງນີ້.

ຂໍ້ຄວາມຈາກ ນັກສຶກສາຄົນດັ່ງກ່າວ
ໃນທີ່ສຸດເປັນເວລາເກືອບ 6 ປີ ທີ່ຜ່ານການສືກສາຢູ່ ສ. ລັດເຊຍມາບາດນີ້ກໍໄດ້ຈົບລົງດ້ວຍຜົນສຳເລັດທີ່ເກີນຄວາມຄາດຫມາຍເອົາໄວ້, ອາດເປັນເພາະຄວາມອົດທົນຕັ້ງໃຈແລະເອົາໃຈໃສ່ໃນການຄົ້ນຄ້ວາແຂ່ງຂັນກັນໃນການຮ່ຳຮຽນ, ອີກອັນຫນື່ງກໍຄືການປະຕິບັດກົດລະບຽບວິໄນຂອງໂຮຮຽນໄດ້ຢ່າງເຂັ້ມງວດ.

ເຮັດໃຫ້ຜົນລວມທັງຫມົດຂອງການຮຽນຜ່ານມາບວກໃສ່ກັບການປະພຶດຕົນທີ່ຖືກຕ້ອງເຫມາະສົມຈີ່ງກາຍເປັນທີ່ຍອມຮັບຂອງຄູອາຈານ, ຂອງຜູ້ບັນຊາການແຕ່ຂັ້ນຂອງໂຮງຮຽນ, ດ້ວຍເຫດນີ້ຈີ່ງຖືກຄັດເລືອກໃຫ້ເປັນນັກສືກສາຕ່າງປະເທດພຽງຄົນດຽວໃນປີນີ້ ທີ່ໄດ້ຮັບຫລຽນຄຳຈາກກະຊວງປ້ອງກັນປະເທດລັດເຊຍ (Золотой медаль) ແລະ ພ້ອມທັງໃບປະກາດແດງ (красный диплом) ຂອງວິທະຍາຄານທະຫານອາກາດລັດເຊຍແຫ່ງນີ້.

ຮູ້ສືກພາກພູມໃຈແລະເປັນກຽດທີ່ສຸດທີ່ໄດ້ຮັບຫລຽນຄຳຫນ່ວຍນີ້ຍ້ອນຜົນຂອງຄະແນນຮຽນ ຈີ່ງຢາກຂໍຕິດຫລຽນການີ້ເພື່ອເປັນກຽດໃຫ້ກັບກອງທັບປະຊາຊົນລາວທະຫານອາກາດລາວກອງພັນໃຫ່ຍ702ທະຫານອາກາດ (ສິດເກົ່າ ມສ ວຽງໄຊ ແຂວງຫົວພັນ)
ຢ່າງນ້ອຍໆມື້ນີ້ຊື່ປະເທດລາວກໍໄດ້ຖືກເອີ້ນຂື້ນໃນພິທີຮັບໃບປະກາສະນິຍະບັດທີ່ມີນັກສືກສາມາຈາກອີກຫລາຍໆປະເທດເຂົ້າຮ່ວມ, ແລ້ວເທື່ອນີ້ກໍຈະເປັນຄັ້ງທຳອິດທີ່ທຸງຊາດລາວ ແລະ ຊື່ຂອງທະຫານລາວຈະໄດ້ຖືກສະລັກໄວ້ໃນແຜ່ນກະດານລາຍຊື່ນັກຫລຽນຄຳ (золотой медалист)
ຂອງວິທະຍາຄານແຫ່ງນີ້.
ຕ້ອງຂໍຂອບໃຈທຸກກຳລັງແຮງໃຈແລະການໃຫ້ໂອກາດໃຫ້ການຊ່ວຍເຫລືອຈາກທຸກພາກສ່ວນທີ່ກ່ຽວຂ້ອງຕະຫລອດມາ

.

.

.

.

.
