ໃນວັນທີ 08 ພຶດສະພາ 2020, ເວລາ 11:00 ໂມງ ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ໄດ້ນຳໃຊ້ລົດ 3 ຄັນ ໄປຮັບແຮງງານລາວທີ່ເດີນທາງກັບປະເທດ ຜ່ານດ່ານຂົວມິດຕະພາບລາວ-ໄທ ແຫ່ງທີ 1 ມີທັງໝົດ 114 ຄົນ, ຍິງ 60 ຄົນ ເພື່ອນໍາສົ່ງເຂົ້າສູນກັັ່ນຕອງ ທີ່ສະໜາມຍິງປືນກອງທັບປະຊາຊົນລາວ ( ຫຼັກ 27 ) ເພື່ອໄຈ້ແຍກບຸກຄົນທີ່ມີຄວາມສ່ຽງຕິດເຊື້ອພະຍາດໂຄວິດ-19;

ຖ້າກວດກາພົບອາການສົ່ງໃສ່ຕິດຊື້ອ ແມ່ນຈະຖືກນຳສົ່ງໄປໂຮງຫມໍທັນທີ, ຖ້າບໍ່ເຂົ້າຂ່າຍສົ່ງໃສ່ແມ່ນຈະກັກຕົວໄວ້ຕິດຕາມອາການ 14 ວັນ ເມື່ອຄົບກຳນົດແລ້ວຫາກບໍ່ມີອາການຜິດປົກກະຕິກໍຈະໃຫ້ກັບໄປກັກຕົນເອງຢູ່ບ້ານຕື່ມອີກ 14 ວັນ.

ທັງນີ້ກໍ່ເພື່ອຮັບປະການບໍ່ໃຫ້ມີການແຜ່ລະບາດຂອງພະຍາດໂຄວິດ-19 ອອກເປັນວົງກວ້າງ ແລະ ເພື່ອເຮັດໃຫ້ຄົນໃນສັງຄົມລາວໄດ້ກັບມາໃຊ້ຊີວິດຢ່າງເປັນປົກກະຕິໂດຍໄວ.
