ຈາກສະຖານະການ ຜູ່ຕິດເຊື້ອ ໂຄວິດ-19 ວັນທີ 9 ພຶດສະພາ 2020 ທີ່ກາຍ 4 ລ້ານກວ່າຄົນໄປແລ້ວ ແລະ ຜູ່ເສຍຊີວິດ ທີ່ສູງເຖິງ 276,686 ຄົນ ປະມານ 6.8% ຂອງຜູ່ຕິດເຊື້ອ ທັງໝົດ (ຕົວເລກ ເວລາ 18:30 ວັນທີ 9 ພຶດສະພາ 2020).

ປະເທດ ຣັດເຊຍ ທີ່ມີມາດຕະການ ເຂັ້ມງວດ ແລະ ສາມາດ ຮັກສາ ຕົວເລກ ຜູ່ຕິດເຊື້ອຕໍ່າ ກ່ອນໜ້ານີ້, ແຕ່ຕ້ອງຕົກໃຈ ກັບການເພີ່ມຂຶ້ນ ແບບກະໂດດ ເພາະ ວັນທີ 8 ເມສາ ຕົວເລກ ແມ່ນຍັງຫຼຸດ ໝື່ນຄົນ, ແຕ່ຫຼັງຈາກນັ້ນ ໄດ້ທະວີຄູນຂຶ້ນ ຫຼາຍກວ່າ ໝື່ນຄົນໃນແຕ່ລະວັນ ຈົນຮອດ ວັນທີ 30 ເມສາ 2020 ມີຢູ່ 104,698 ຄົນ ແລະ ຫຼ້າສຸດ ວັນທີ 9 ພຶດສະພາ 2020 ມີຜູ່ຕິດເຊື້ອ ສູງເຖິງ 198,676 ຄົນ.

ສ່ວນຕົວເລກ ຜູ່ເສຍຊີວິດ ແມ່ນ ກວດເອົາປະມານ 0.9% ແລະ ປິ່ນປົວດີ ກວມເອົາ 16%. ຈາກການເພີ່ມຂຶ້ນ ຂອງຜູ່ຕິດເຊື້ອ ເຮັດໃຫ້ ການສະຫຼອງ ວັນແຫ່ງໄຊຊະນະຂອງສົງຄາມໂລກຄັ້ງທີ 2 ເໜືອ ຟາດຊິດ ເຢຍລະມັນ ຄົບຮອບ 75 ປີ ຕ້ອງໄດ້ ມີການໂຈະງານໃຫຍ່, ແລະ ຈັດງານ ທີ່ນ້ອຍລົງ ເພື່ອບໍ່ໃຫ້ມີການຮ່ວມຕົວ ຂອງປະຊາຊົນ ທີ່ອາດສ່ຽງຕໍ່ການຕິດເຊື້ອ ໂຄວິດ-19

ໃນນີ້, ນາຍົກລັດຖະມົນຕີ ຂອງຣັດເຊຍ ກໍ່ຍັງຕ້ອງໄດ້ຮັກສາຕົວ ຈາກການຕິດເຊື້ອ ໂຄວິດ-19.
