ລາຍງານຈາກ ຄະນະສະເພາະກິດ ສະກິດໃຫ້ຮູ້ ໃນເວລາ 14:40 ວັນທີ 9 ພຶດສະພາ ໃຫ້ຮູ້ວ່າ, ຄົນເຈັບໂຄວິດ-19 ຈໍານວນ 10 ຄົນທີ່ຍັງປິ່ນປົວ ຢູ່ ໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ ແມ່ນໄດ້ມີການກວດສອບຕາມຫຼັກວິຊາການ ແລະ ພົບວ່າ ຈໍານວນ 4 ຄົນ ແມ່ນ ບໍ່ພົບເຊື້ອ ໂຄວິດ-19 ແລະ ສາມາດ ອອກໂຮງໝໍໄດ້. ຄົນເຈັບຜູ່ທີ 3, ຜູ່ທີ 6, ຜູ່ທີ່ 9 ແລະ ຜູ່ທີ່ 19

ອອກໂຮງໝໍອີກ 4 ຄົນ ວັນທີ 9 ພຶດສະພາ 2020

ພ້ອມດຽວກັນນີ້ ການຖະແຫຼງຂ່າວ ໄດ້ແຈ້ງໃຫ້ຮູ້ວ່າ ວັນທີ່ 8 ພຶດສະພາ 2020 ບໍ່ພົບຜູ່ຕິດເຊື້ອເພີ່ມ ແຕ່ຢ່າງໃດ ນັ້ນໝາຍຄວາມວ່າ ເປັນມື ທີ່ 27 ທີ່ ສປປ ລາວ ບໍ່ມີຄົນຕິດເຊື້ອເພີ່ມ.

  • ລວມການຕິດເຊື້ອ: 19 ຄົນ
  • ເສຍຊີວິດ: 0 ຄົນ
  • ປົວດີ: 13 ຄົນ
  • ກໍາລັງປິນປົວ: 6 ຄົນ

ຄລິບຖະແຫຼງຂ່າວ

Leave a Reply

Your email address will not be published. Required fields are marked *