ໃນເວລາ 19: 00 ນາທີ ຂອງວັນທີ່ 04 ພຶດສະພາ 2020 ເຈົ້າໜ້າທີ່ ປກສ ເມືອງສັງທອງ ໄດ້ພົບເຫັນແຮງງານຄົນລາວທີ່ໄປອອກແຮງງານຢູ່ປະເທດເພື່ອນບ້ານ ໄດ້ເດີນທາງກັບເຂົ້າມາລາວ ຢູ່ດ່ານປະເພນີໂຄກແຮ່ ເມືອງສັງທອງ ໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ມີ 11 ຄົນ; ໃນນັ້ນມີປະຊົນເມືອງສັງທອງ 10 ຄົນ ແລະ ແຂວງຫຼວງພະບາງ 1 ຄົນ; ປັດຈຸບັນນີ້ ເຈົ້າໜ້າທີ່ທຸກພາກສ່ວນໃນເມືອງສັງທອງ ໄດ້ນຳສົ່ງແຮງງານລາວຈຳນວນດັ່ງກ່າວ ໄປທີ່ສູນກັ່ນຕອງເຊື້ອໂຄວິດ 19, ຢູ່ຫຼັກ 27 ເປັນທີ່ຮຽບຮ້ອຍ.

ເພື່ອເຮັດໃຫ້ປະເທດຊາດ, ບ້ານເມືອງລາວເຮົາມີຄວາມສະຫງົບສຸກ ແລະ ປອດເຊື້ອພະຍາດຮ້າຍນີ້ໄດ້ນັ້ນ ເຈົ້າໜ້າທີ່ ປກສ ເມືອງສັງທອງ ຈຶ່ງຂໍຮຽກຮ້ອງເຖິງປະຊາຊົນຊາວເມືອງສັງທອງ ຈົ່ງຊ່ວຍກັນອີກແຮງໜຶ່ງໃນການຕິດຕາມປະຊາຊົນພາຍໃນບ້ານຂອງຕົນຢູ່ບໍລິເວນໃກ້ຄຽງທີ່ໄດ້ໄປອອກແຮງງານຢູ່ປະເທດທີ່ມີຄວາມສ່ຽງ, ຖ້າຫາກພົບເຫັນຈຳນວນດັ່ງກ່າວແມ່ນໃຫ້ສົ່ງຂ່າວລາຍງານໃຫ້ອົງການປົກຄອງ ຫຼື ເຈົ້າໜ້າທີ່ທຸກພາກສ່ວນເຂົ້າໄປກວດກາໃຫ້ທັນການ ເພື່ອປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດຂອງເຊື້ອພະຍາດໃຫ້ໝົດໄປ.
