ລາຍງານຈາກຜູ້ໃຊ້ເຟສບຸກ Chieng Btv ທີ່ໄດ້ໂພສຂໍ້ຄວາມ ໃນຕອນບ່າຍວັນທີ່ 8 ພຶດສະພາ 2020 ເພື່ອຕາມຫາເຈົ້າຂອງກະເປົາ
ໂດຍມີຂໍ້ຄວາມວ່າ:
📢📢ປະກາດ…. ຫາເຈົ້າຂອງກະເປົາ
ໄດ້ເຮັດເຮ່ຍໄວ້ຢູ່ຫ້ອງນໍ້າຊາຍ ປໍ້ານໍ້າມັນ ປຕທ ຫລັກ35 (PTT KM35) ເມືອງຈໍາພອນ ແຂວງສະຫວັນນະເຂດ
ໃນວັນທີ 08/05/2020 ເວລາປະມານ 12ໂມງທ່ຽງ
ໃນກະເປົາມີເງິນຈຳນວນຫນຶ່ງ ພ້ອມດ້ວຍບັດປະຈຳໂຕ ອອກຊື່“ທ້າວ ໄກ້ຊິດ ສີບຸນເຮືອງ”
ບ້ານຢູ່ບ້ານພັດທະນາ ເມືອງປາກເຊ ແຂວງ ຈຳປາສັກ
ຖ້າເຈົ້າຂອງກະເປົາ ຫລືໃຜທີ່ຮູ້ຈັກນຳເຈົ້າຂອງ ເຫັນປະກາດນີ້ ສາມາດ ຕິດຕໍ່ມາໄດ້ທີ່ເບີ 0309353999 / 02077697789 ແລ້ວເອົາເອກະສານມາຢັ້ງຢືນເອົາກະເປົາຄືນໄດ້ທີ່ຫ້ອງການ….ຂໍຂອບໃຈ…

ພາຍຫຼັງການໂພສຂໍການຊ່ວຍເຫຼືອກໍ່ໄດ້ມີການແຊໂພດດັ່ງກ່າວໄປເກືອບ ພັນກວ່າຄັ້ງ ແລະ ໃນທີ່ສຸດ ເຈົ້າຂອງກໍ່ຕິດຕໍ່ຫາຜູ່ເກັບໄດ້. ເຊິ່ງຈະມີການ ຈະພົວພັນມາຮັບເອົາກະເປົາໄວໆນີ້.

ນີ້ແມ່ນໂສມໜ້າພົນລະເມືອງດີ

ຊົມເຊີຍ! ແລະ ແຊຫຼາຍໆແດ່ ເພື່ອຍ້ອງຍໍຄົນດີຂອງສັງຄົມ