ລາຍງານຈາກປະຊາຊົນ ກັບເຫດການ ອຸບັດຕິເຫດ ລົດເກັງແຫກໂຄ້ງ ມາຕໍາເອົາລົດກະບະແລະລົດເກັງ (ລວມ 2 ຄັນ) ທີ່ຈອດຢູ່ຂ້າງທາງ ທີ່ເສັ້ນທາງ ເຂດ ວຽງຈະເລີນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເວລາປະມານ 23:15 ວັນທີ 7 ພຶດສະພາ 2020.

ພາຍຫຼັງເກີດເຫດ, ຜູ່ຂັບລົດເກັງ ແລະ ຄົນທີ່ຂີ່ມານໍາ ໄດ້ແລ່ນເອົາຕົວລົບໜີ, 1 ໃນນັ້ນ, ຖືກຈັບໄດ້ ໂດຍພົນລະເມືອງດີ ໄລ່ຊ່ວຍຈັບ. ພາຍຫຼັງອຸບັດຕິເຫດ ເກີດຂຶ້ນ ບໍ່ເທົ່າໃດນາທີ, ເຈົ້າໜ້າທີ່ສາຍກວດກໍ່ມາຮອດ ເພື່ອກັກຕົວຜູ່ກະທໍາຜິດ.

ຈາກການເລົ່າເຫດການຂອງປະຊາຊົນ, ລົດເກັງ ແມ່ນຂີ່ມາດ້ວຍຄວາມໄວ ດ້ວຍສຽງເນື່ອງນັນ ແລະ ໄດ້ມາຕໍາເອົາລົດກະບະ ແລະ ລົດເກັງອີກຄັນ ທີ່ຈອດຢູ່ຂ້າງທາງ. ເຮັດໃຫ້ລົດເກັງໄດ້ຮັບຄວາມເສຍຫາຍໜັກ ຈົນໄປຕໍ່ບໍ່ໄດ້, ຈາກນັ້ນ ຜູ່ຂັບແລະຄົນມານໍາໃນລົດເກັງດັ່ງກ່າວ ຈິ່ງແລ່ນໜີໄປຄົນລະທາງ. ຈາກນັ້ນ, ຈິ່ງຖືກຈັບໄດ້ 1 ຄົນ, ສ່ວນອີກຄົນ ແມ່ນເຈົ້າໜ້າທີ່ຊອກຈັບ.

ສ່ວນສາເຫດ ຂອງການຂີ່ລົດໄວ ແຫກໂຄ້ງມາຄັ້ງນີ້ ແມ່ນຍ້ອນ ພະຍາຍາມຫຼົບໜີເຈົ້າໜ້າທີ່ ຫຼື ວ່າແນວໃດນັ້ນ, ທາງຂ່າວປ້ອງກັນຄວາມສະຫງົບ ຈະລາຍງານໃຫ້ຊາບອີກຕໍ່ໄປ.

ຄລິບຈາກທີ່ເກີດເຫດ 1

ຄລິບຈາກທີ່ເກີດເຫດ 2

Leave a Reply

Your email address will not be published. Required fields are marked *