ແຂວງ ສະຫວັນນະເຂດ ວັນທີ08/05/2020 ເວລາ 16:30′ ນາທີ ໜ່ວຍກູ້ໄພ ສະຫວັນນະເຂດ1629ໄດ້ຮັບແຈ້ງປະສານງານຈາກເຈົ້າໜ້າທີ່ ແລະ ປະຊາຊົນວ່າ ມີສົບຜູ້ເສຍຊີວິດໄຫຼ່ນ້ຳມາຢູ່ເກາະກາງຂອງ ເຂດທ່າ ນ້ຳຂອງຜາມໄຊ ນະຄອນໄກສອນພົມວິຫານ ແຂວງ ສະຫວັນນະເຂດ

ອີງຕາມລາຍງານສະພາບໂຕຈີງຈາກຜູ້ເຫັນເຫດການ ພົນລະເມືອງດີຊາວປະມົງໄດ້ໃຊ້ ລາກສົບຜູ້ເສຍຊີວິດເຂົ້າມາຝັ່ງ ຫຼັງຈາກເຫັນສົບຜູ້ເສຍຊີວິດມາຢູ່ເກາະກາງດອນລອຍຢູ່ນ້ຳ ໃນຈຸດເກີດຮັບແຈ້ງ ແມ່ນເປັນສົບຜູ້ເສຍຊີວິດເປັນເພດຊາຍ ສູງອາຍຸປະມານ 50 ກວ່າປີ ບໍ່ນຸ່ງໂສ້ງເສື້ອເປືອຍກາຍຢູ່ໃນສະພາບ ດີ ບໍ່ເນ່າເປື່ອຍຄາດວ່າຈະເສຍຊີວີດມາບໍ່ຮອດ 2 ມື້

ດັ່ງນັ້ນທາງອາສາສະໝັກໜ່ວຍກູ້ໄພ ສະຫວັນນະເຂດ ພວກເຮົາສົມທົບກັບເຈົ້າໜ້າທີ່ສືບສວນສອບສວນ ກອງພິສູດຫຼັກຖານ ພ້ອມອຳນາດການປົກຄອງໄດ້ລົງເກັບກຳຂໍ້ມູນລາຍລະອຽດ ແລ້ວທາງອາສາພວກເຮົາໄດ້ມ້ຽນສົບຜູ້ເສຍຊີວິດ ຝາກໄວ້ທີ່ໂຮງເຢັນໂຮງໝໍແຂວງ ສະຫວັນນະເຂດ ສ່ວນພູມສັນຖານຂໍ້ມູນຊື່ສຽງຮຽງນາມ ຍັງບໍ່ທັນຮູ້ຈັກລາຍລະອຽດ ຖ້າທ່ານໃດພໍຮູ້ຂໍ້ມູນລົບກວນໂທແຈ້ງມາຍັງ ໜ່ວຍກູ້ໄພ ສະຫວັນນະເຂດ ເບີໂທ 020 28285454

ອຸບັດຕິເຫດ, ເຈັບປ່ວຍແຈ້ງເຫດສຸກເສີນ
ສາຍດ່ວນ (041) 1629 , ໂທຟຮີທຸກເຄື່ອຂ່າຍ
ສາຍຕົງ : 020 28285454
ຮັບໃຊ້ຕະຫຼອດ 24 ຊົ່ວໂມງ : ໜ່ວຍກູ້ໄພ ສະຫວັນນະເຂດ

ຖ້າທ່ານໃດຕ້ອງການຢາກເປັນສ່ວນໜື່ງໃນການຊ່ວຍເຫຼືອສັງຄົມຜ່ານໜ່ວຍງານພວກເຮົາໃນການບໍລິຈາກອຸປະຖຳຕ່າງໆເຊັ່ນ :
-ເຂົ້າສານ,ອາຫານການກີນ, ເຄື່ອງອຸປະໂພກບໍລິໂພກ,
- ຫີບສົບ ໂລງສົບ, ຜ້າຂາວ,ຜ້າຍາງມ້ຽນສົບຜູ້ເສຍຊີວິດ
- ອຸປະກອນການແພດຕ່າງໆ
- ອຸປະກອນກູ້ໄພ ລົດຍານພາຫະນະສຸກເສີນ
ສາມາດເຂົ້າມາໄດ້ພົວພັນທີ່ ສູນສັງການກູ້ໄພ ສະຫວັນນະເຂດ, ສະຖານທີ່ : ບ້ານ ສອນໄຊ, ນະຄອນໄກສອນພົມວິຫານ, ແຂວງ ສະຫວັນນະເຂດ
ຕິດຕໍ່ສອບຖາມ:020 28285454
“ຝາກແຊຮປະຊາສຳພັນ”