ໃນຄືນວັນທີ 07 ພຶດສະພາ 2020, ກອງພັນປ້ອງກັນເຄື່ອນທີ່ ປກສ ນວ ໄດ້ສົມທົບກັບທະຫານ ນະຄອນຫຼວງວຽງຈັນ ອອກກວດກາລາດຕະເວນຕາມເສັ້ນທາງ ຢູ່ນະຄອນຫຼວງວຽງຈັນ; ໃນນີ້, ພົບເຫັນບັນດາຮ້ານບັນເທີງ ແລະ ຮ້ານກິນດື່ມຈໍານວນ 6 ຮ້ານ ໄດ້ເປີດໃຫ້ປະຊາຊົນເຂົ້າມາໃຊ້ບໍລິການ; ເຈົ້າໜ້າທີ່ໄດ້ສຶກສາອົບຮົມກ່າວເຕືອນ ແລະ ໃຫ້ປິດຮ້ານຕາມແຈ້ງການເລກທີ 524/ຫສນຍ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກ່ຽວກັບການສືບຕໍ່ປະຕິບັດມາດຕະການໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ເລີ່ມແຕ່ວັນທີ 04 -17 ພຶດສະພາ 2020.


ການທີ່ 6 ຮ້ານເປີດໃຫ້ບໍລິການ ແມ່ນເປັນການລະເມີດຄໍາສັ່ງເລກທີ 06/ນຍ ຕາມແຈ້ງການເລກທີ 524/ຫສນຍ ທີ່ລະບຸໄວ້ໃນຂໍ້ 5.2 ວ່າ: ບັນດາກິດຈະການ ຮ້ານບັນເທີງ, ຮ້ານເຫຼົ້າ-ເບຍ, ໂຮງຮູບເງົາ, ຮ້ານຄາຣາໂອເກະ, ຮ້ານບໍລິການນວດ-ສະປາທຸກປະເພດ, ກາຊິໂນ, ຕະຫຼາດກາງຄືນ, ສະຖານທີ່ອອກກໍາລັງກາຍ-ຫຼິ້ນກິລາໃນຮົ່ມ, ກິລາກາງແຈ້ງ ເປັນທີມທີ່ມີການໃກ້ຊິດກັນ ເຊັ່ນ: ກິລາບານເຕະ, ບານບ້ວງ, ບານສົ່ງ, ມາລາທອນ, ຕີມວຍ, ຕີໄກ່, ເປຕັງ ແລະ ການແຂ່ງຂັນກິລາທຸກປະເພດ ທີ່ມີຜູ້ຊົມ ແລະ ນັກກິລາ ເຂົ້າຮ່ວມເກີນ 10 ຄົນ ທີ່ບໍ່ສາມາດຮັກສາໄລຍະຫ່າງເກີນ 1 ແມັດໄດ້.

Leave a Reply

Your email address will not be published. Required fields are marked *