ກອງປະຊຸມເຜີຍແຜ່ຂໍ້ຕົກລົງຫັນກຳລັງລົງກໍ່ສ້າງຮາກຖານການເມືອງ 9 ຕົວເມືອງ ທົ່ວນະຄອນຫຼວງວຽງຈັນ ປະຈຳສົກປີ 2020, ຈັດຂຶ້ນ ໃນວັນທີ 7 ພຶດສະພາ 2020 ທີ່ສະໂມສອນ ກອງບັນຊາການ ປກສ ນວ ໂດຍການເປັນປະທານຂອງ ພັທ ສຸກພະຈັນ ບຸດດາຄຳ ຫົວໜ້າກອງເສນາກອງກໍ່ສ້າງຮາກຖານການເມືອງ, ຮັກສາການຫົວໜ້າກອງບັນຊາການ ປກສ ນວ, ມີບັນດາສະຫາຍຄະນະພັກ-ຄະນະບັນຊາ ກອງບັນຊາການ ປກສ ນວ, ຄະນະກອງເສນາກອງກໍ່ສ້າງຮາກຖານການເມືອງ ແລະ ພະນັກງານລົງກໍ່ສ້າງຮາກຖານການເມືອງເຂົ້າຮ່ວມ ຈຳນວນ 95 ສະຫາຍ, ຍິງ 4 ສະຫາຍ, ຕາງໜ້າໃຫ້ກໍາລັງຮາກຖານທັງໝົດ.

ໃນກອງປະຊຸມດັ່ງກ່າວ, ພັທ ນ. ບົວລະພັນ ທິລະສັກ ຫົວໜ້າຫ້ອງການເມືອງ ກອງບັນຊາການ ປກສ ນວ ໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 455/ປກສ ນວ ວ່າດ້ວຍການແຕ່ງຕັ້ງພະນັກງານ ລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ, ປຸກລະດົມກຳລັງແຮງທົ່ວປວງຊົນ ເຂົ້າຮ່ວມ
ຂະບວນການແຂ່ງຂັນ ຮັກຊາດ-ຮັກພັດທະນາ ຈັດຕັ້ງຜັນຂະຫຍາຍວຽກງານ 3 ສ້າງ, ຈັດຕັ້ງປະຕິບັດ 4 ເນື້ອໃນ 4 ຄາດໝາຍ ວຽກງານກໍ່ສ້າງຮາກຖານ ຢູ່ນະຄອນຫຼວງວຽງຈັນ ສົກປີ 2020-2021 ສະເພາະໜ້ານີ້ແມ່ນສຸມໃສ່ຈັດຕັ້ງປະຕິບັດຄຳສັ່ງເລກທີ 06/ນຍ ວ່າດ້ວຍການເພີ່ມທະວີການປ້ອງກັນ ແລະ ຄວບຄຸມການແຜ່ລະບາດ ຂອງພະຍາດອັກເສບປອດສາຍພັນໃໝ່; ໃນນີ້, ໄດ້ແຕ່ງຕັ້ງພະນັກງານລົງເກົ່າ ແລະ ລົງໃໝ່ ທີ່ເປັນກຳລັງ ປກສ ນະຄອນຫຼວງວຽງຈັນ 594 ສະຫາຍ, ຍິງ 31 ສະຫາຍ, ໄດ້ແຕ່ງຄະນະຮັບຜິດຊອບຊີ້ນຳກໍ່ສ້າງຮາກຖານການເມືອງ; ກອງເສນາຊ່ວຍວຽກ; ຄະນະຮັບຜິດຊອບຊີ້ນໍາ-ບັນຊາ ແລະ ພະນັກງານເຮັດວຽກຕົວຈິງ ພາຍໃນ 9 ກອງຮ້ອຍ.

ໃນໂອກາດດຽວກັນ ພັທ ສຸກພະຈັນ ບຸດດາຄໍາ ໄດ້ເນັ້ນໃຫ້ພະນັກງານລົງກໍ່ສ້າງຮາກຖານການເມືອງເອົາໃຈໃສ່ໃນການລົງປະຕິບັດໜ້າທີ່ຄື:
ໃຫ້ເພີ່ມທະວີນຳເອົາເນື້ອໃນຄຳສັ່ງເລກທີ 06 / ນຍ ແລະ ແຈ້ງການເລກທີ 524 / ຫສນຍ ໄປຈັດຕັ້ງປະຕິບັດຢູ່ຮາກຖານບ້ານຢ່າງຄົບຖ້ວນ ແລະເຂັ້ມງວດ; ໃນນັ້ນແມ່ນໂຄສະນາໃຫ້ປະຊາຊົນ ມີຄວາມຕື່ນຕົວປ້ອງກັນຕົນເອງ, ສະກັດກັ້ນການລະເມີດທີ່ກໍານົດໄວ້ໃນຂໍ້ 5 ຂອງແຈ້ງການ 524 / ຫສນຍ.ສຸມໃສ່ເຮັດວຽກງານປ້ອງກັນ, ສະກັດກັ້ນ, ແກ້ໄຂປະກົດການຫຍໍ້ທໍ້ ແລະຄວາມບໍ່ເປັນລະບຽບຮຽບຮ້ອຍທາງສັງຄົມ ທີ່ພົ້ນເດັ່ນເຊິ່ງສັງຄົມຮຽກຮ້ອງເປັນຕົ້ນແມ່ນ: ການກໍ່ອາດຊະຍາກໍາ ປຸ້ນຈີ້, ຊິງຊັບ, ລັກຊັບ, ບັນຫາການຊື້-ຂາຍ, ຄອບຄອງ, ຂົນສົ່ງ ແລະມົ້ວສຸມຢາເສບຕິດ, ອຸບັດຕິເຫດຕາມທ້ອງຖະໜົນ, ຂໍ້ຂັດແຍ່ງທາງດ້ານເສດຖະກິດ, ຂໍ້ຂັດແຍ່ງທີ່ດິນ, ບັນຫາອັກຄີໄພ.

ນອກຈາກນີ້, ໃຫ້ເອົາໃຈໃສ່ແກ້ໄຂ 5 ບັນຫາຄື:
- ເອົາໃຈໃສ່ແກ້ໄຂສະພາບການກຸ່ມແກ້ງກວນເມືອງ,
- ຄ້າໂສເພນີ,
- ມົ້ວສຸມຢູ່ບັນດາຮ້ານເກມ, ສະໜຸກເກີ້,
- ຄ້າຂາຍເຖື່ອນ,
- ການໂຄສະນາໃສ່ຮ້າຍປ້າຍສີຕໍ່ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ.
ໃຫ້ບັນດາກອງຮ້ອຍກໍ່ສ້າງຮາກຖານ 9 ຕົວເມືອງໃນນະຄອນຫຼວງວຽງຈັນ ຄົ້ນຄວ້າ ແລະຈັດຕັ້ງຜັນຂະຫຍາຍແຜນແມ່ບົດຂອງກະຊວງ ປກສ ແລະແຜນວຽກປະຈຳປີ 2019 ຂອງກອງກໍ່ສ້າງຮາກຖານການເມືອງ ປະຈຳນະຄອນຫຼວງວຽງຈັນ ໄປໝູນໃຊ້ໃນໄລຍະນີ້ ຈົນກວ່າຈະມີແຜນວຽກໃໝ່ຂອງຄະນະຊີ້ນຳກໍ່ສ້າງຮາກຖານກະຊວງ ປກສ ເຊິ່ງໃນແຜນວຽກເຫຼົ່ານັ້ນແມ່ນສຸມໃສ່ 4 ວຽກຄື:
- ວຽກງານຄຸ້ມຄອງສໍາມະໂນຄົວ;
- ວຽກງານຄຸ້ມຄອງ ແລະແກ້ໄຂຄົນຕ່າງປະເທດເຄື່ອນໄຫວລະເມີດລະບຽບກົດໝາຍ;
- ວຽກງານຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ ແກ້ໄຂບັນດາປະກົດການຫຍໍ້ທໍ້ຂອງສັງຄົມສຸມໃສ່ 5 ຫຼຸດຄື: ຫຼຸດຜ່ອນອຸບັດຕິເຫດ, ຫຼຸດຜ່ອນບັນຫາຢາເສບຕິດ, ຫຼຸດຜ່ອນອັກຄີໄພ, ຫຼຸດຜ່ອນຂໍ້ຂັດແຍ່ງທີ່ດິນ, ຫຼຸດຜ່ອນອາດຊະຍາກໍາທາງອາຍາ ປຸ້ນຈີ້, ຊິງຊັບ, ລັກຊັບ, ຄ້າມະນຸດ, ອາຊະຍາກໍາທາງດ້ານເສດຖະກິດ;
- ວຽກງານປັບປຸງ-ກໍ່ສ້າງ ປກສ ກຸ່ມບ້ານ, ປກສ ບ້ານ.
ການຫັນເອົາພະນັກງານ 3 ຫ້ອງ ( ສຳມະໂນຄົວ, ສັນຕິບານ ແລະ ຕຳຫຼວດ ) ຈຸດປະສົງແມ່ນເອົາລົງໄປສູ່ເມືອງ ເພື່ອໃຫ້ນໍາເອົາບັນດາວຽກງານຂອງຫ້ອງສາຍຕັ້ງ ໄປສູ່ພະແນກວິຊາສະເພາະຂອງເມືອງ, ບັນດາສະຫາຍເຫຼົ່ານີ້ ຈະເປັນເສນາທິການໃຫ້ແກ່ ກອງບັນຊາການ ປກສ ນວ, ຫ້ອງວິຊາສະເພາະໃນການກໍາແໜ້ນຄວາມເປັນຈິງ, ຂໍ້ສະດວກ-ຂໍ້ຫຍຸ້ງຍາກດ້ານຕ່າງໆໃນການເຄື່ອນໄຫວວິຊາສະເພາະນັ້ນ ກໍ່ເພື່ອເປັນບ່ອນອີງໃນການປັບປຸງໃນຕໍ່ໜ້າ, ແມ່ນສົ່ງບັນດາສະຫາຍໄປທົດສອບຂີດຄວາມສາມາດ.
ໂດຍປະຕິບັດຕາມທິດຊີ້ນໍາຂອງຄະນະນໍາກະຊວງ ປກສ ແລະ ນະຄອນຫຼວງວຽງຈັນ ໃນການສ້າງໃຫ້ ປກສ ນະຄອນຫຼວງວຽງຈັນເປັນຕົວແບບໃນດ້ານຕ່າງໆ ແລະແກ້ໄຂປະກົດການຫຍໍ້ທໍ້ຂອງສັງຄົມໃຫ້ຫຼຸດລົງຢ່າງຂາດຕົວ.
ກອງປະຊຸມຄະນະພັກ-ຄະນະບັນຊາ ປກສ ນະຄອນຫຼວງວຽງຈັນ ຄັ້ງວັນທີ 28 ເມສາ 2020 ເຫັນດີໃຫ້ບັນດາຫ້ອງວິຊາສະເພາະຈັດຕັ້ງທີມງານຄົ້ນຄວ້າລົງເລິກດ້ານວິຊາການຕໍ່ກັບວຽກງານຢູ່ໃນ 37 ໂຄງການ ( ຂອງກະຊວງ ປກສ 4 ແຜນງານ 41 ໂຄງການ) ແຕ່ໃນໄລຍະນີ້ແມ່ນສຸມໃສ່ວຽກງານທີ່ຮີບດ່ວນກ່ອນໝູ່ເຊິ່ງຂັ້ນເທິ່ງ ແລະ ສັງຄົມໃຫ້ຄວາມສົນໃຈຄື:
- ອຸບັດຕິເຫດຕາມທ້ອງຖະໜົນ,
- ບັນຫາຢາເສບຕິດ,
- ອັກຄີໄພ,
- ຂໍ້ຂັດແຍ່ງທາງດ້ານເສດຖະກິດທີ່ດິນ,
- ອາຊະຍາກຳທາງອາຍາ ( ລັກລົດ, ປຸ້ນ, ຊີງຊັບ )
ໂດຍໃຫ້ຄົ້ນຄ້ວາວິເຄາະ, ວິໃຈບັນຫາ ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນເປັນຕົ້ນ: ຊອກໃຫ້ເຫັນສາເຫດ, ກົນໄກ, ວິທີການ, ຮູບການ, ຄວາມຮັບຜິດຊອບຂອງເຫຼົ່າວິຊາສະເພາະທີ່ຍັງຄົງຄ້າງ ແລະ ກຳນົດວິທີການແກ້ໄຂທີ່ດີ ແລະ ສອດຄ່ອງຮັບປະກັນໃຫ້ແກ່ການຈັດຕັ້ງ ປະຕິບັດຕົວຈິງ ສາມາດເຮັດໃຫ້ປະກົດການຫຍໍ້ທໍ້ຫຼຸດລົງຢ່າງຂາດຕົວ.
ມອບໃຫ້ບັນດາຫ້ອງ, ກອງພັນ, ຄ້າຍຄຸມຂັງ, ກອງບັນຊາການ ປກສ ເມືອງ ຄົ້ນຄວ້າ ແລະກຳນົດເອົາຫົວໜ່ວຍວິຊາສະເພາະໃດ ຈະສ້າງເປັນຕົວແບບໃນຂົງເຂດວິຊາສະເພາະຕົນ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດ ແລະ ຕີລາຄາມາດຖານເຖິງຄວາມເປັນຕົວແບບນັ້ນ ມອບໃຫ້ຫ້ອງການກອງບັນຊາການ ແລະ ຫ້ອງການເມືອງ ເປັນຜູ້ຄົ້ນຄວ້າ ແລະ ຂໍຄຳເຫັນນຳສາຍຕັ້ງ ( ມາດຕະຖານລວມ ແລະ ມາດຕະຖານສະເພາະ ) ເພື່ອເຮັດໃຫ້ເນື້ອໃນຊີ້ນຳນີ້ ໄດ້ຮັບການຈັດຕັ້ງປະຕິບັດ ມອບໃຫ້ບັນດາຫ້ອງ-ກອງເມືອງນໍາໄປຈັດຕັ້ງປະກາດຢູ່ກົມກອງຂອງຕົນ, ມອບໝາຍໃຫ້ບັນດາ ປກສ ກຸ່ມບ້ານຈັດແບ່ງໃສ່ບ້ານ ແລະ ລົງມອບໝາຍ,ໃຫ້ນໍາເອົາເນື້ອໃນ, ຊີ້ນໍາທັງ 6 ບັນຫາໃຫຍ່ນັ້ນໄປຜັນຂະຫຍາຍໃຫ້ສອດຄ່ອງກັບຈຸດພິເສດຂອງກົມກອງຕົນ.