ຄະນະກຳມະການໄພພິບັດຂັ້ນເມືອງກວດກາຄື່ນຜົນເສຍຫາຍຈາກໄພພິບັດລົມພະຍຸ ເຂົ້າຢູ່ບ້ານນ້ຳແພດ ເມືອງໝື່ນ ແຂວງ ວຽງຈັນ
ໃນຕອນເຊົ້າ ວັນທີ 7 ພຶດສະພາ 2020 ນີ້ ຄະນະກຳມະການໄພພິບັດຂັ້ນເມືອງ ພ້ອມທັງພາກສ່ວນທີ່ກ່ຽວຂ້ອງລົງເຄື່ອນໄຫວກວດກາຄືນ ຜົນເສຍຫາຍຈາກລົມພະຍຸເຂົ້າບ້ານນ້ຳແພດ

ເຊີ່ງເຫດການດັ່ງກ່າວໃດ້ເກີດຂື້ນ ໃນຕອນແລງຂອງວັນທີ 16 ເມສາ 2020 ເຊີ່ງເກີດມີລົມພະຍຸ, ຝົນ,ໝາກເຫັບຕົກລົງມາຢ່າງແຮງ ເຂົ້າພັດເຮືອນປະຊະຊົນ ເຮັດໃຫ້ເຮືອນຊານຂອງປະຊາຊົນເປ່ເພ່ຢ່າງໜັກໜ່ວງ

ເຮັດໃຫ້ມີຜົນເສຍຫາຍຫຼາຍຢ່າງເຊັ່ນ: ເຮືອນຊານປະຊາຊົນຈຳນວນ 112 ຫຼັງຄາເຮືອນ,ເຫຼົ້າເຂົ້າ 1 ຫຼັງ, ຖຽງນາ 3 ຫຼັງ, ຫ້ອງການກຸ່ມ 1 ຫຼັງ,ໂຮງສີເຂົ້າ 1 ຫຼັງ ສວນໝາກແຕ່ງ 32 ໄລ,ເຂົ້ານາແຊງ 27 ໄລ, ສວນຜັກກາດ 2 ໄລ, ເບ້ຍຢ່າງພາລາ 800 ຕົ້ນ,

ໃນນັ້ນສີ່ງທີ່ເສຍຫາຍຫຼາຍກ່ວາໝູ່ແມ່ນມີເຮືອນ 22 ຫຼັງຄາ. ສ່ວນວ່າການຄິດໄລ່ເປັນມູນຄ່າຜົນເສຍຫາຍນັ້ນແມ່ນຈະໃຫ້ຮັບຮູ້ຕາມພາຍຫລັງ.
ຂ່າວຈາກ: ແຂວງວຽງຈັນ ອອນລາຍ