ເມືອງໄຊເສດຖາ,​ ແຂວງອັດຕະປື ພົບຜູ້ຕິດເຊື້ອໄຂ້ຍຸງລາຍ 90 ກໍລະນີ ແລະ ເປັນແຂວງອັນ 2 ຂອງປະເທດທີ່ມີໄຂ້ຍຸງລະບາດ ແຂວງອັດຕະປື ແມ່ນເປັນແຂວງໜຶ່ງທີ່ພົບມີຜູ້ຕິດເຊື້ອໄຂ້ຍຸງລາຍ ເປັນອັນດັບ 2 ຂອງປະເທດ ແລະ ໃນນັ້ນ ໃນ 5 ເມືອງຂອງແຂວງອັດຕະປື ພົບຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍສູງກ່ວາໜູ່ແມ່ນເມືອງໄຊເສດຖາ ມີເຖິງ 90 ກໍລະນີ ແຕ່ບໍ່ມີກໍລະນີເສຍຊີວິດ.

Image may contain: one or more people, people standing, outdoor and nature

ທ່ານ ດຣ ວົງອາໄພ ວົງຊາລະສິດ ຫົວໜ້າຫ້ອງການສາທາລະນະສຸກເມືອງ ໄຊເສດຖາ ໄດ້ໃຫ້ສໍາພາດໃນວັນທີ 6 ພຶດສະພາ 2020 ນີ້ວ່າ ປັດຈຸບັນນອກຈາກການສະກັດກັ້ນແລະຄວບຄຸມການແຜາລະບາດຂອງເຊື້ອພະຍາດໂຄວິດ-19 ແລະ ເມືອງຍັງໄດ້ເພີ່ມທະວີສຸມໃສ່ໃນການປ້ອງກັນ ແລະ ຄວບຄຸມການຕິດເຊື້ອຂອງພະຍາດໄຂຍຸງລາຍທີ່ກໍາລັງຄຸມຄາມ ປະຊາຊົນພາຍໃນເມືອງໄຊເສດຖາ ໂດຍໄດ້ມີການແຕ່ງຕັ້ງ ແບ່ງຄວາມຮັບຜິດຊອບໃຫ້ແກ່ພະນັກງານສາທາເມືອງ ໂຮງໝໍເມືອງ ແລະ ສຸກສາລາເມືອງໃນການຕິດຕາມ ກວດກາ, ລົງສຸຂະສຶກສາໃຫ້ຄວາມຮູ້, ລົງທໍາລາຍແຫຼງເພາະພັນຂອງຍຸງລາຍ.

Image may contain: 1 person, standing, house, sky, outdoor and nature

ພ້ອມໄດ້ຮຽກຮ້ອງໃຫ້ປະຊາຊົນຈົ່ງເປັນເຈົ້າການໃນການທໍາລາຍແຫຼງພັນພັນຂອງຍຸງລາຍ ແລະແປ້ອງກັນຕົນເອງ ໃນການນອນໃນມຸງ ພ້ອມປະຕິບັດຕາມຫຼັກການ 5ປໍ ທີ່ກະຊວງສາທາວາງອອກ.

Image may contain: one or more people and outdoor


ຂ່າວ: ມະນີວອນ

Leave a Reply

Your email address will not be published. Required fields are marked *