ກົດອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ແຈ້ງເຕືອນວ່າ: ໄລຍະກາງ ຫາ ທ້າຍເດືອນ 7 ຝົນອາດຂາດຊ່ວງຢູ່ບາງທ້ອງຖິ່ນ ແລະ ຈະເຮັດໃຫ້ເກີດມີການຂາດແຄນນ້ຳປັກດຳເຂົ້ານາປີ
ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ 3 ເດືອນຕໍ່ໜ້າຄື: ເດືອນ 5 ເດືອນ 6 ແລະ ເດືອນ 7 ປີ 2020 ວ່າ:
5
ຍັງຈະມີອາກາດຮ້ອນເອົ້າຢູ່ຕື່ມອີກ ຊຶ່ງຈະເກີດມີພາຍຸລະດູຮ້ອນ ໃນລັກສະນະຝົນຕົກ, ຟ້າຮ້ອງຟ້າເຫຼື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນ ຊຶ່ງຈະເຮັດໃຫ້ມີຕົນໄມ້ໃຫຍ່ ແລະ ເສົາໄຟຟ້າຫັກລົ້ມ, ເຮືອນຕຶກອາຄານເປ່ເພ.
ໄລຍະເດືອນ 6 ສະພາບຝົນຈະຕົກຕໍ່ເນື່ອງຕິດຕໍ່ກັນຫຼາຍວັນ ຊຶ່ງຈະເຮັດໃຫ້ເກີດມີດິນເຈື່ອນ ແລະ ນ້ຳຖ້ວມຊຸຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ.
ໄລຍະກາງ ຫາ ທ້າຍເດືອນ 7 ສະພາບຝົນຈະຫຼຸດລົງ ແລະ ມີບາງທ້ອງຖິ່ນຈະມີຝົນຕົກໜ້ອຍ ຫຼື ມີຝົນຂາດຊ່ວງ ຊຶ່ງຈະເຮັດໃຫ້ເກີດມີການຂາດແຄນນ້ຳເພື່ອການກະສິກຳ ໂດຍສະເພາະຂາດແຄ້ນນ້ຳໃນການປັກດຳເຂົ້ານາປີ

.

.

.

.
